ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບເອກອັກຄະລັດຖະທູດກຸຍບາ


ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບເອກອັກຄະລັດຖະທູດກຸຍບາ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ກຸຍ​ບາ Herminio López Díaz
(ພາບ:Trí Dũng/TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 13/1, ຢູ່ ຮ່າ​ໂນ້ຍ, ​ໃນ​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ກຸຍ​ບາ Herminio López Díaz ​ເຂົ້າ​ຢ້ຽມ​ຄຳນັບ​​ເນື່ອງ​ໃນ​ໂອກາດ​ເລີ່​ມປະຕິບັດ​ໜ້າ​ທີ່​ການ​ທູດ ຢູ່ ຫວຽດນາມ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ສະ​​ແດງ​ຄວາມ​​ເຊື່ອໝັ້ນວ່າ​ທ່ານ​ເອກ​ອັກຄະ​ລັດຖະທູດ Herminio López Díaz ຈະ​ມີ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້​ອ, ຄວາມສາມັກຄີ, ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ກຸຍ​ບາ ກ່ວາ​ອີກ. ທ່ານ​ເລຂາທິການ​ໃຫຍ່ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ສືບ​ຕໍ່​ແລກປ່ຽນ, ​ແບ່ງປັນ​ບົດຮຽນ, ຊອກ​ຫາ​ບັນດາ​ກົນ​ໄກ, ວິທີ​ການ, ມາດຕະການ​ຮ່ວມ​ມື​ໃໝ່​ທີ່​ມີ​ໄຫວ​ພິບ, ​ແທ​​ດຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ, ​ເພື່ອ​ແນ​ໃສ່​ເຮັດ​ໃຫ້ການຮ່ວມ​ມື​ທາງ​ດ້ານ​ເສດຖະກິດ - ການ​ຄ້າ ​ແລະ ການ​ລົງທຶນ​ສອງ​ຝ່າຍ​ພັດທະນາ​ທັດ​ທຽມ​ກັບ​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ທີ່​ເປັນ​ແບບຢ່າງ​ລະຫວ່າງ​ສອງ​ປະ​ເທດ.
ຂ່າວ/ບົດ​ອື່ນ