ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບເອກອັກຄະລັດຖະທູດອັງກິດເຂົ້າອຳລາ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບເອກອັກຄະລັດຖະທູດອັງກິດເຂົ້າອຳລາ - ảnh 1
ພາບປະກອບ

(vovworld) - ທີ່​ການ​ຕ້ອນຮັບເອກ​ອັກຄະ​ລັດຖະທູດ​ອັງກິດ Antony Stokes, ​ເຂົ້າ​ອຳ​ລາໃນ​ຕອນ​ບ່າຍ​ວັນ​ທີ 16/7, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູ​ນກາງ​ພັກກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ອວຍພອນ​ໃຫ້​ທ່ານ ເອກ​ອັກຄະ​ລັດຖະທູດ​ Antony Stokes ທີ່​ໄດ້​ປະຕິບັດ​ສຳ​ເລັດໜ້າທີ່​ການ​ທູດ​ຢູ່ ຫວຽດນາມ ​ຢ່າງ​ຈົບງາມ, ປະກອບສ່ວນ​​ແທດ​ຈິງ​ເຂົ້າ​ໃນ​ກາ​ນຊຸກຍູ້​ການ​ພົວພັນ​ລະຫວ່າງ ລາຊະ​ອານາຈັກ ອັງກິດ ​ແລະ ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີ​ວ່າ: ຫວຽດນາມ ​ແລະ ອັງກິດ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ບົນ​ຈິດ​ໃຈ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ສົມ​ກັບ​ຄວາ​ມສາມາດ​ບົ່ມ​ຊ້ອນ​ຂອງ 2 ປະ​ເທດ​ໃນ​ຂົງ​ເຂດຕ່າງໆ, ຜ່ານ​ສາຍ​ພົວພັນ​ທີ່​ແຕກ​ຕ່າງ​ກັນ, ​ໃນ​ນັ້ນ​ມີ​ສາຍ​ພົວພັນ​ລະຫວ່າງ​ພັກ 2 ປະ​ເທດ, ຕັ້ງໜ້າ​ຮ່ວມ​ມື ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຫຼາຍ​ຝ່າຍ, ທີ່​ບັນດາ​ອົງການ, ​ເວ​ທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ພິ​ເສດ​ແມ່ນສະຫະ​ປະຊາ​ຊາດ, ອາ​ຊຽນ ​ແລະອີ​ຢູ. ທ່ານ​ເອກ​ອັກຄະ​ລັດຖະທູດ​ເນັ້ນ​ໜັກ​ວ່າ: ລາຊະ​ອານາຈັກ​ອັງກິດ​ຖື​ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມື​ບຸລິ​ມາ​ສິດ​ທີ່​ສຳຄັນ​ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ພ້ອມ​ທັງ​ຢືນຢັນ​ວ່າ ລາຊະ​ອານາຈັກ​ອັງກິດຍາມ​ໃດ​ກໍ່​ສະໜັບສະໜູນ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ. ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ເອກ​ອັກຄະ​ລັດຖະທູດ Antony Stokes ​ໃຫ້​ຮູ້​ວ່າ, ອັງກິດ​ຕິດຕາມ​ສະພາບ​ການ​ຜັນ​ແປ​​ໄປຢ່າງ​ສັບສົນ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ພາກ​ພື້ນ, ​ແລະ ຢືນຢັນ​ທັດສະນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ລາຊະ​ອານາຈັກ​ອັງກິດ ​ແມ່ນ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຕ້ອງ​ມີ​ຄວາມ​ຮັບຜິດຊອບຕໍ່​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ກໍ່​ຄື​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ​ດ້ວຍ​ສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ.


ຂ່າວ/ບົດ​ອື່ນ