ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງຮ່າໂນ້ຍ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງຮ່າໂນ້ຍ - ảnh 1
ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງຮ່າໂນ້ຍ
(ພາບ: nld.com.vn)

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 6/12, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ຊຸດ​ທີ 13 ແລະ ບັນ​ດາ​ສະ​ມາ​ຊິ​ກຄະ​ນະ ສ​ສ​ຊ ຮ່າ​ໂນ້ຍ, ​ໄດ້ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຮ່​ວານ​ກ໋ຽມ ແລະ ບາ​ດີ່ງ, ​ເພື່ອລາຍ​ງານ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ຫາ​ກໍ່​​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ. ທີ່​ການ​ພົບ​ປະ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ແດງ​ຄວາມ​​ປິ​ຕິ​ຊົມ​ຊື່ນ​ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ ແລະ ຜົນ​ສ​ຳ​ເລັດ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ວຽກ​ງານ​ສ້າງ​ກົດ​ໝາຍ​ດ້ວຍ​ເລື່ອງ ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາຮ່າງ​ກົດ​ໝາຍ 18 ສະ​ບັບ, ມະ​ຕິ 11 ສະ​ບັບ, ປະ​ກອບ​ຄຳ​ເຫັນ​​ໃສ່ຮ່າງ​ກົດ​ໝາຍ 12 ສະ​ບັບອື່ນ​ອີກ ແລະ ຕົກ​ລົງຫຼາຍ​ເນື້ອ​ໃນ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ກໍ່​ໄດ້​ປະ​ກອບຫຼາຍ​ຄຳ​ເຫັນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງກອງ​ປະ​ຊຸມ​ຂອງ​ສະ​ພາ​ແຫ່ງ​ຊາດ, ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ… ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຮັບ​ເອົາ​ບັນ​ດາ​ຄຳ​ເຫັນ​ສຸດ​ຈິດ​ສຸດ​ໃຈ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ພ້ອມ​ທັງ​ຊີ້​ແຈ້ງວ່າ: ດ້ວຍ​ຄວາມ​ເປີດ​ເຜີຍ, ປະ​ຊາ​ທິ​ປະ​ໄຕ, ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ສົນ​ໃຈ, ຕິດ​ຕາມກວດ​ກາຈາກ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ. ຜ່ານນັ້ນ, ບົດ​ບາດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ຕອບ​ບັນ​ດາ​ຄຳ​ຖາມ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ເລື່ອງ​ລົງ​​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ ແລະ ວຽກ​ງານ​ປ້ອງ​ກັນ​, ຕ້ານ​ການ​ສໍ້​ລາດ​ບັງຫຼວງ.

 



ຂ່າວ/ບົດ​ອື່ນ