ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງອວຍພອນບຸນເຕັດບັນດາການນຳພັກ,ອະດີດການນຳພັກ,ລັດ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງອວຍພອນບຸນເຕັດບັນດາການນຳພັກ,ອະດີດການນຳພັກ,ລັດ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ
(ພາບປະ​ກອບ)

(vovworld) – ວັນ​ທີ 14/2, (ກົງກັບ​ວັນ​ທີ 26 ເດືອນ 12 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ໃນ​ບັນ​ຍາ​ກາດ​ທົ່ວ​ປະ​ເທດຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​, ອວຍ​ພອນ​ພັກຄົບ​ຮອບ 85 ປີ, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໄດ້​ອວຍ​ພອນ​ປີ​ໃໝ່​ບັນ​ດາ​ນັກ​ປະ​ຕິ​ວັດ​ຜູ້​ອາ​ວຸ​ໂສ, ບັນ​ດາ​ການ​ນຳ​ພັກ ແລະ ລັດ, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ພະ​ນັກ​ງານ​​ການນຳ​​ບັນ​ດາ​ອົງ​ການ​ສູນ​ກາງ ແລະ ຮ່າ​ໂນ້ຍ.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໄດ້​ທົບ​ທວນ​ຄືນ​ບັນ​ດາຜົນ​ງານ ແລະ ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ປີ 2014. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຢັ້ງ​ຢືນ​ວ່າ: ບັນ​ດາ​ຜົນ​ງານ​ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ​ແມ່ນ​ໝາກ​ຜົນ​ແຫ່ງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ພາຍ​ໃຕ້​ການ​​ຊີ້​ນຳ, ນຳ​ພາ​ທີ່​ຖືກ​ຕ້ອງ​ຂອງ​ພັກ, ການ​ຄຸ້ມ​ຄອງ​, ການ​ບໍ​ລິ​ຫານ​ຂອງ​ລັດ, ເປັນ​ການ​ພິ​ສູດ​ໃຫ້​ເຫັນ​ຄຸນ​ນ​ະທາດ, ພຸມ​ປັນ​ຍາ ແລະ ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ ຫວຽດ​ນາມ.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ​ຊີ້​ແຈ້ງວ່າປີ 2015 ແມ່ນ​ປີ​ສຸດ​ທ້າຍ​ແຫ່ງ​ການປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ແລະ ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໄລ​ຍະ 5 ປີ 2011 – 2015, ​ແມ່ນ​ໄລ​ຍະ​ກາງ​ແຫ່ງ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ - ສັງ​ຄົມ​ໄລ​ຍະ 10ປີ… ສະ​ພາບ​ການ​ສາ​ກົນ ແລະ ພາຍ​ໃນ​ປະ​ເທດ​ໄດ້​ສ້າງ​ກາ​ລະ​ໂອ​ກາດ, ຄວາມ​ສະ​ດວກຫຼາຍ​ຢ່າງ, ແຕ່ກໍ່​ວ​າງ​ອອກ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍບໍ່​ແມ່ນ​​ຫນ້ອຍ, ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ຕັດ​ສິນ​ໃຈ​ອັນ​ໃຫຍ່ຫຼວງ​ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ຂ​ອງ​ປີ 2015 ຢ່າງ​ມີ​ໄຊ.

        “ເພື່ອ​ປະ​ຕິ​ບັດ​ສິ່ງ​ດັ່ງ​ກ່າວ​ໃຫ້​ໄດ້, ທົ່ວ​ພັກ, ທົ່ວ​ກອງ​ທັບ, ທົ່ວ​ປວງ​ຊົນ​ພວກ​ເຮົາ​ຕ້ອງ​ເພີ່​ມ​ທະ​ວີ​​ຄວາມສາ​ມັກ​ຄີ, ຮ່ວມ​ແຮງ​ຮ່ວມ​ໃຈ, ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ຮັກ​ຊາດ, ຄຸນ​ນະ​ທາດ ແລະ ພຸມ​ປັນ​ຍາ ຫວຽດ​ນາມ, ມູນ​ເຊື້ອ​ຂອງ​ຊາດ, ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ, ຜ່ານ​ຜ່າ​ທຸກໆ​ຄວາມ​ຫຍຸ້ງ​ຍາກ, ການ​ທ້າ​ທາຍ, ສ້າງ​ສາ​ປະ​ເທດ​ເຮົາ​ໃຫ້​ນັບ​ມື້​ນັບ​ວັດ​ທະ​ນ​າ​ຖາວ​ອນ ແລະ ມີ​ຄວ​າມຜາ​ສຸກ.”


ຂ່າວ/ບົດ​ອື່ນ