ເລຂາທິການໃຫຍ່ຫງວຽນຟຸຈ້ອງເຮັດວຽກກັບກອງບັນຊາການກຳລັງນະຄອນຫຼວງຮ່າໂນ້ຍ

ເລຂາທິການໃຫຍ່ຫງວຽນຟຸຈ້ອງເຮັດວຽກກັບກອງບັນຊາການກຳລັງນະຄອນຫຼວງຮ່າໂນ້ຍ - ảnh 1
(ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ເຮັດວຽກກັບກອງບັນຊາການກຳລັງນະຄອນຫຼວງຮ່າໂນ້ຍ)

(vovworld) –​ ​ວັນ​ທີ 01/01, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄ​ະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ, ເລ​ຂາ​ຄະ​ນະ​ພັກ​ການ​ທະ​ຫານ​ສູນກ​າງ ໄ​ດ້​ໄ​ປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ກອງ​ບັນ​ຊາ​ການ​ກຳ​ລັງ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ກອງ​ບັນ​ຊາ​ການ​ກຳ​ລັງ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ໄດ້​ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ກົມ​ກອງ​ຕ້ອງ​​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ໝາຍ, ຄວາມ​ສຳ​ຄັນ​​ຢ່າງ​ເລິກ​ເຊິງ ຂອງ​ການ​ປົກ​ປັກ​ຮ​ັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ​ທາງ​ສັນ​ຄົ​ມ, ວຽກ​ງານ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ເວົ້າ​ລວມ ແລະ ນະ​ຄອນ​ຮ່າ​ໂນ້ຍ​ເວົ້າ​ສະ​ເພາະ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໄດ້ໃຫ້​ຄຳ​​ຕັກ​ເຕື່ອນ, ພະ​ນັກ​ງານ, ນັກ​ຮົບ​ຂອງ​ກອງ​ບັນ​ຊາ​ການກຳ​ລັງ​ນະ​ຄອນ​ຫຼວງ​ ຍາມ​ໃດ​ກໍ່​ສູ້​ຊົນ, ຝຶກ​ຝົນ​ຫຼໍ່​ຫຼອມ, ຢືດ​ໝັ້ນ, ພ້ອ​ມ​ແລ້ວ​ທີ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ສຳ​ເລັດ​ໃຫ້​ເປັນ​ຢ່າງ​ດີ ແລະ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ບໍ່​ວ່າ​ສະ​ພາບ​ການ​ໃດ​ໆ.

ຂ່າວ/ບົດ​ອື່ນ