ເລຂາທິການໃຫຍ່ອາຊຽນ: ຫວຽດນາມຈະຮັບດຳລົງຕຳແໜ່ງເປັນປະທານອາຊຽນ ປີ 2020 ໃຫ້ເປັນຢ່າງດີ

(VOVWORLD) -ວັນທີ 08 ສິງຫາ, ໃນຂອບເຂດພິທີສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi ໄດ້ສະຫງວນເວລາຕອບຄຳສຳພາດຕໍ່ນັກຂ່າວ VOV.
ເລຂາທິການໃຫຍ່ອາຊຽນ: ຫວຽດນາມຈະຮັບດຳລົງຕຳແໜ່ງເປັນປະທານອາຊຽນ ປີ 2020 ໃຫ້ເປັນຢ່າງດີ - ảnh 1 (ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi)

ເມື່ອເວົ້າເຖິງຄວາມສາມາດບົ່ມຊ້ອນຂອງຫວຽດນາມ ໃນການດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020, ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi ຖືວ່າ, ປີ 2020 ຈະແມ່ນປີສຳຄັນທີ່ສຸດສຳລັບຫວຽດນາມ ແລະ ອາຊຽນ.

        “ຫວຽດນາມ ພັດທະນາຢ່າງວ່ອງໄວໃນຮອບເວລາ 15 ປີມານີ້, ພິເສດແມ່ນໃນການເຕີບໂຕດ້ານເສດຖະກິດ, ກາຍເປັນໜຶ່ງໃນບັນດາປະເທດມີການພັດທະນາດ້ານເສດຖະກິດຢ່າງແຮງຂອງພາກພື້ນ. ຄະນະເລຂາອາຊຽນ ຈະເຮັດວຽກກັບຫວຽດນາມ ໃນປີຈະມາເຖິງຢ່າງແໜ້ນແຟ້ນ. ຂ້າພະເຈົ້າລໍຖ້າປີເປັນປະທານຂອງຫວຽດນາມ ທີ່ສຸດ. ແລະນີ້ຈະແມ່ນປີສຳຄັນສຳລັບຫວຽດນາມ ແລະ ອາຊຽນ ໃນວິວັດທະນາການເຊື່ອມໂຍງເຂົ້າກັບໂລກ”.

        ກໍ່ຕາມທ່ານ Dato Lim Jock Hoi ແລ້ວ, ໃນປີຈະມາເຖິງ ຫວຽດນາມ ຈະສືບຕໍ່ໂຄງການດຳເນີນງານຂອງໄທ ກ່ຽວກັບການພັດທະນາແບບຍືນຍົງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຂອງພາກພື້ນ, ເອົາໃຈໃສ່ເຖິງການປະຕິວັດອຸດສາຫະກຳ 4.0, ສຸມໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ການສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ