ເລີ່ນຕົ້ນການເຄື່ອນໄຫວຂອງກອງປະຊຸມສຸດຍອດNAM

ເລີ່ນຕົ້ນການເຄື່ອນໄຫວຂອງກອງປະຊຸມສຸດຍອດNAM - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 13/09, ການປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 17 ຂອງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ (NAM) ​ໄດ້​ເລີ່​ມຕົ້ນ​ຢູ່​ເກາະ Margarita ປະ​ເທດ Venezuela. ບັນດາ​ຫົວ​​ເລື່ອງ​ຕົ້ນຕໍ​ຂອງ​ເຫ​ດການ ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​​ເຖິງ​ວັນ​ທີ 18/09, ​ໃນ​ນັ້ນ ລວ​ມມີ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ ​ແລະ ສຸດ​ທ້າຍ​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ, ລວມມີ​ການ ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ກຸ່ມ​ເຊື່ອ​ມ​ໂຍງ​ພາກ​ພື້ນ​ຢູ່​ທະວີ​ບອາ​ຟຣິກກາ ​ແລະ ອາ​ເມ​ລິ​ກາ​ລາຕີ​ນ ​ໃນ​ໂລກຫລາຍ​ຂົ້ວ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ດ້ານ​ເສດຖະກິດ ​ແລະ ສື່ສານ​ສາກົນ​​ໃໝ່, ຄວາມ​ສະຫງົບ​ປອດ​ໄພ​​ໃນທົ່ວ​ໂລກ ​ແລະ ສິດທິ​ມະນຸດ. ພາຍ​ໃຕ້​ຄຳ​ຂວັນທີ່​ວ່າ “ສາມັກຄີ​ບົນ​ເສັ້ນທາງ​ສັນຕິພາບ”, ຜູ້ຕາງໜ້າ​ຂອງ 120 ປະ​ເທດ​ສະມາຊິກ​ກໍ່​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິບັດ ​ແລະ ​ເຄົາລົບ​ບັນດາຫຼັກ​ມູນ​ຂອງ​ຂະ​ບວນການ, ສະພາບ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ ​ແລະ ການ​ແຊກ​ແຊງ​ຂອງ ອາ​ເມລິ​ກາ ​ເຂົ້າ​​ໃນວຽກ​ງານ​ພາຍ​ໃນ​ຂອງບາງ​ປະ​ເທດ​ກ້າວໜ້າຢູ່ ອາ​ເມ​ລິ​ກາ​ລາ​ຕີນ.

ຂ່າວ/ບົດ​ອື່ນ