ເລິມດົ່ງພັດທະນາຢ່າງໝັ້ນຄົງດ້ວຍການນຳໃຊ້ເຕັກໂນໂລຢີສູງໃນການຜະລິດກະສີກຳ

ເລິມດົ່ງພັດທະນາຢ່າງໝັ້ນຄົງດ້ວຍການນຳໃຊ້ເຕັກໂນໂລຢີສູງໃນການຜະລິດກະສີກຳ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ໄປ​ກວດກາ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ເລິ​ມດົ່ງ
(ພາບ: chinhphu.vn)

(vovworld) -​ໃນ​ລະຫວ່າງ​ວັນ​ທີ 23-25/3, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໄດ້​ໄປ​ກວດກາ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ເລິ​ມດົ່ງ ກ່ຽວ​ກັບ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ - ສັງຄົມ ​ແລະ ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ຂອງ​ແຂວງ. ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ເລິ​ມດົ່ງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ: ທາງ​ແຂວງ​ຕ້ອງ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຕາມ​ທິດ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ, ຂະຫຍາຍ​ບັນດາ​ຮູບ​ແບບ​ຜະລິດ​ທີ່​ມີ​ປະສິດທິ​ຜົນ ​ແລະ ຮູບ​ແບບ​ຮ່ວມ​ສຳພັນ​ລະຫວ່າງ​ຊາວ​ກະ​ສີກ​ອນກັບ​ວິ​ສາ​ຫະກິດ, ສະຫະກອນ​ໃນ​ການ​ຜະລິດ, ປຸງ​ແຕ່ງ, ຮັກສາ, ຈຳໜ່າຍ​ຜະລິດ​ຕະພັນ. ຕາມ​ທ່ານ​ແລ້ວ, ​ເລິ​ມດົ່ງ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ທີ່​ສາມາດ​ພັດທະນາ​ກວ່າ​ອີກ, ຜະລິດ​ຕະພັນ​ກະ​ເສດຂອງ​ແຂວງສາມາດ​ສົ່ງ​​ໄປ​ຂາຍ​ຢູ່​ຕະຫຼາດ​ໃໝ່​ຫຼາຍ​ແຫ່ງ​ໄດ້. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໃສ່​​ໃຈ​ແຂວງ​ເລິ​ມດົ່ງ ຄວນ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕາມ​ທິດ​ແທ້​ຈິງ, ໝັ້ນຄົງ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ວາງ​ແຜນ​ກຳນົດ.

ຂ່າວ/ບົດ​ອື່ນ