ເລີ່ມ​ຕົ​້ນ​ທົດ​ລອງວັກ​ຊິນ​ປ້ອງ​ກັນ​ໄວ​ຣັດ Corona ສາ​ຍ​ພັນ​ໃໝ່ ໃສ່ໂຕ​ໜູ

(VOVWORLD) -ຕາມສູນຄວບຄຸມ, ປ້ອງກັນ, ຕ້ານໂລກລະບາດຂອງ ຈີນ (CDC) ແລ້ວ, ມີ ວັກຊິນປ້ອງກັນເຊື້ອໄວຣັດ ສາຍພັນໃໝ່ຂອງ ໄວຣັດ Corona (2019 - nCoV) ທີ່ມີຊື່ວ່າ “mRNA” ໄດ້ເລີ່ມທົດລອງໃສ່ໂຕໜູ. 
ເລີ່ມ​ຕົ​້ນ​ທົດ​ລອງວັກ​ຊິນ​ປ້ອງ​ກັນ​ໄວ​ຣັດ Corona ສາ​ຍ​ພັນ​ໃໝ່ ໃສ່ໂຕ​ໜູ - ảnh 1ການປິ່ນປົວຄົນທີ່ຕິດເຊື້ອພະຍາດ nCoV ຢູ່ ປະເທດ ຈີນ ໃນວັນທີ 1 ກຸມພາ 2020 ພາບ: THX/TTXVN 

ວັກຊິນ ດັ່ງກ່າວໂດຍບັນດານັກຊ່ຽວຊານຂອງ CDC ພ້ອມກັບມະຫາວິທະຍາໄລແພດສາດ Tongji  (ນະຄອນຊຽງໄຮ້) ແລະ ບໍລິສັດ Stermirna Therapeutics ຈຳກັດ ຮ່ວມກັນພັດທະນາ.

ບັນດາຕົວຢ່າງຂອງວັກຊິນນີ້ໄດ້ສັກໃສ່ໜູ ກ່ວາ 100 ໂຕໃນວັນທີ 9 ກຸມພາ. ການທົດລອງຍັງຢູ່ໃນຂັ້ນຕອນເບື້ອງຕົ້ນຂອງການພັດທະນາ ແລະ ຍັງມີຫຼາຍຂັ້ນຕອນຕ້ອງຄົ້ນຄ້ວາ ແລະ ທົດລອງກ່ອນທີ່ຈະໄປນຳໃຊ້ກັບຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ