ເລີ່ມຖ່າຍທຳຮູບເງົາ “Kong:Skull Island“ ຢູ່ຫວຽດນາມ

ເລີ່ມຖ່າຍທຳຮູບເງົາ “Kong:Skull Island“ ຢູ່ຫວຽດນາມ - ảnh 1
ທັດສະນີ​ຍະ​ພາບ ຈ່າງ​ອານ, ​ແຂວງ​ ນິງບິ່ງ
(ພາບອິນເຕີແນັດ)

(vovworld) - ວັນ​ທີ 22/2, ຄະນະຖ່າຍ​ທຳ​ຮູບ​ເງົາ “Kong:Skull Island“ (ໝາຍ​ຄວາມ​ວ່າ​ “ຄິງຄອງ: ​ເກາະ​ກະ​ໂຫຼ​ກຫົວ“) ​ເລີ່​ມຖ່າຍ​ທຳ​ຮູບ​ພາບ​ທຳ​ອິດ​​ໃນ​ກຸ່ມ​ທັດສະນີ​ຍະ​ພາບ ຈ່າງ​ອານ, ​ແຂວງ​ ນິງບິ່ງຢ່າງ​ເປັນ​ທາງ​ການ. ບັນດາ​ສະຖານ​ທີ່​ຂຶ້ນ​ກັບ​ແຂວງ ກວາງ​ບິ່ງ ກໍ່​ໄດ້​ຮັບ​ເລືອກ​ເປັນ​ບ່ອນ​ຖ່າຍ​ທຳ​ໃຫ້​ບ່ອນຢູ່​ຂອງ​ຄິງຄອງ​ໂຕ​ໃຫຍ່​ຢູ່​ເກາະ​ທີ່​ຮົກ​ເຮື້ອ​ວ່າງ​ເປົ່າ.ຮູບ​ເງົາ​ເລື່ອງ​ນີ້​ແມ່ນ​ເວົ້າ​ເຖິງ​ເລື່ອງ​ບັນດາ​ນັກ​ພະ​ຈົນ​ໄພ​ຄົ້ນ​ຫາ ເກາະ​ກະ​ໂຫຼ​ກຫົວ ​ເພື່ອ​ຊອກ​ຫາ​ເຮືອນ​ຂອງ​ຄິງຄອງ​ໂຕ​ນີ້.

        ທ້າຍ​ສັບປະດາ​ກ່ອນ​ນີ້, ນັກສະ​ແດງ​ປະມານ 300 ຄົນ​ຂອງ​ຄະນະ​ຖ່າຍ​ທຳ​ຮູບ​ເງົາ ອາ​ເມ​ລິ​ກາ ​ໄດ້​ມາ​ ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມ​ການຖ່າຍ​ທຳ​ຮູບ​ເງົາ​ຂອງ​ຜູ້​ກຳກັບ​ການສະ​ແດງ Jordan Vogt-Roberts, ​ໃນນັ້ນ​ມີ​ດາລາ​ຮູບ​ເງົາ​ຫຼາຍ​ຄົນ. ກ່ອນ​ໜ້າ​ນັ້ນ​ທີ່​ການ​ປະຊຸມ​ຂ່າວ​ວັນ​ທີ 21/2, ບັນດາ​ນັກ​ຖ່າຍ​ທຳ​ຮູບ​ເງົາ ​ໄດ້​ສະ​ແດງ​ຄວາມ​ນິຍົມ​ຕໍ່​ຄວາມ​ງາມ​ທຳ​ມະ​ຊາດ​ຂອງ​ ຫວຽດນາມ ກໍ່​ຄື​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ