ເລີ່ມປະຕິບັດໂຄງການຮ່ວມມືຫວຽດນາມ-ເອີລົບກ່ຽວກັບວຽກເຮັດງານທຳໃຫ້ນັກສຶກສາ

ເລີ່ມປະຕິບັດໂຄງການຮ່ວມມືຫວຽດນາມ-ເອີລົບກ່ຽວກັບວຽກເຮັດງານທຳໃຫ້ນັກສຶກສາ - ảnh 1
ເລີ່ມປະຕິບັດໂຄງການຮ່ວມມືຫວຽດນາມ-ເອີລົບກ່ຽວກັບວຽກເຮັດງານທຳໃຫ້ນັກສຶກສາ
(ພາບ: TTXVN)

(vovworld) - ​ວັນ​ທີ 07/12, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ໄດ້​ສົມ​ທົບ​ກັ​ບ​ຄະ​ນະຕາງ​ໜ້າ​ເອີ​ລົບ (EU) ປະ​ຈຳ​ຫວຽດ​ນາມ ຈັດ​ພິ​ທີ​ເລີ່ມ​​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ຫວຽດ​ນາມ - ເອີ​ລົບ ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​ໃຫ້​ນັກ​ສຶກ​ສາ. ຍອດ​​ມູນ​ຄ່າ​ຂອງ​ໂຄງ​ການ​​ແມ່ນປະ​ມານ 1,5 ລ້ານເອ​ໂລ ແລະ ໄດ້​ສະ​ຫງວນ​ໂດຍ​ກົງ​ໃຫ້ມະ​ຫາ​ວິ​ທະ​ຍາ​ໄລ​ເຂົ້າ​ຮ່ວມ​ໂຄງ​ການ 5 ​ແຫ່ງ ແລະ ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ແຮງ​ງານ ແລະ ສັງ​ຄົມ ເພື່ອ​ແນ​ໃສ່​ສ້າງ​ສູນແນະ​ນຳ​ອາ​ຊີບ​​ເຊິ່ງລວມ​ມື​ບັນ​ດາ​ກອ​ມ​​ພິວ​ເຕີ​ໜ່ວຍແມ່ ແລະ ກອ​ມ​ພິວ​ເຕີ ເຊື່ອມ​ຕໍ່​ເພື່ອ​ເກັບ​ກຳ, ​ຂໍ້​ມູນລະ​ບົບ​ຂໍ້​ມູນ​ຂ່​າວ​ສານ.

        ຄາດ​ໝາຍ​ຂອງ​ “ໂຄງ​ການ​ຮ່ວມ​ມື​ຫວຽດ​ນາມ - ເອີ​ລົບ ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ນັກ​ສຶກ​ສາ” ແມ່ນ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ ແລະ ​ຮ່​ວມ​ມືລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ກຸ່ມ EU ກັບ​ບັນ​ດາ​ພະ​ແນກ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ ເພື່ອ​ຍົກ​ສ​ູງ​ປະ​ສິ​ດ​ທິ​ຜົນ​ການ​ບຳ​ລຸງ​ສ້າງ ຕອບສະ​ໜອງ​ຄວາມ​ຕ້ອງ​ການ​ແຮງ​ງານ​ໃຫ້​ສັງ​ຄົ​ມ; ຍົກ​ສູງ​ຄຸນ​ນະ​ພາບ​ການ​ບຳ​ລຸ​ງ​ສ້າງ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ; ຊ່ວຍ​ໃຫ້​ນັກ​ສຶ​ກ​ສາ​ມາ​ສາດ​ສຳ​ພັດ​ກັບ​ກາ​ລ​ະ​ໂອ​ກາດ​ມີວຽກ​ເຮັດ​ງານ​ທຳ​ພາຍ​ຫຼັງ​ຮຽນ​ຈົບ ແລະ ຫຼຸດ​ຜ່ອນ​ອັນ​ຕາ​ຫວ່າງ​ງານ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ.

ຂ່າວ/ບົດ​ອື່ນ