ເລີ່ມລົງມືທຳການຜະລິດ, ອອກແຮງງານຍາມຕົ້ນປີໃໝ່ດ້ວຍຄວາມຫວັງໃໝ່

(VOVWORLD) -ໃນຊຸມວັນຕົ້ນລະດູບານໃໝ່, ລະບົບດອກໄຟຍັງແຈ້ງສະຫວ່າງຢູ່ສະຖານທີ່ກໍ່ສ້າງໂຄງການຂົວແບກດັງ ແຂວງກວາງນິງ
ເລີ່ມລົງມືທຳການຜະລິດ, ອອກແຮງງານຍາມຕົ້ນປີໃໝ່ດ້ວຍຄວາມຫວັງໃໝ່  - ảnh 1ໂຄງການກໍ່ສ້າງຂົວແບກດັງ ແຂວງກວາງນິງ 

ນີ້ແມ່ນໂຄງການທີ່ມີຄວາມໝາຍພິເສດໃນເສັ້ນທາງເຊື່ອມຕໍ່ຮ່າໂນ້ຍ, ຫາຍຟ່ອງຫາຫ້າລອງ, ເວີນດົນ. ທ່ານຮີ່ງຫາຍເຊີນ ຜູ້ອຳນວຍການບໍລິຫານຊ່ອງປະມູນ 45 ຂອງໂຄງການໃຫ້ຮູ້ວ່າ :

   “ ພວກຂ້າພະເຈົ້າທັງອອກແຮງງານທັງຕ້ອນຮັບບຸນເຕັດ ເພື່ອຮັບປະກັນຄວາມຄືບໜ້າທີ່ໄດ້ວາງອກ. ດ້ວຍບັນຍາກາດເຮັດວຽກເຊັ່ນນັ້ນ, ຂ້າພະເຈົ້າເຊື່ອແນ່ວ່າ ຮອດວັນທີ 27 ເມເສທີ່ຈະມາເຖິງ, ຂົວແຫ່ງນີ້ຈະສຳເລັດກໍ່ສ້າງໂດຍພື້ນຖານ ແລະ ຈະນຳເຂົ້າໃຊ້ການໃນວັນທີ 30 ມິຖຸນາ ”

    ແລະ ກໍໃນວັນທີ 18 ກຸມພາ ກົງກັບວັນທີ 3 ບຸນເຕັດ, ຊາວກະສີກອນຢູ່ເຂດຕ່າງໆໄດ້ພ້ອມກັນລົງນາທຳການຜະລິດເຂົ້າລະດູບານໃໝ່ດ້ວຍຄວາມປາດຖະໜາວ່າ ລະດູການຜະລິດເຂົ້າປີນີ້ຈະຮັບຜົນດີ. ທ່ານ ດັ້ງດິງທັ້ງ ຫົວໜ້າຂ້າແໜງເສດຖະກິດ, ເທດສະບານເມືອງດົງຈ່ຽວ ໃຫ້ຮູ້ວ່າ :

    “ ດົງຈ່ຽວ ສຸມໃສ່ຊີ້ນຳການເກັບກ່ຽວລະດູໜາວ, ເກັບກ່ຽວຮອດໃສ ກໍກະກຽມທີ່ດິນຢ່າງທັນການໃຫ້ແກ່ການຜະລິດລະດູບານໃໝ່ປີ 2018. ສືບຕໍ່ປະຕິບັດວຽກ

ງານເຮັດອະນາໄມທົ່ງນາ, ກະກຽມກິດຈະກຳ, ເໝືອງຝາຍ, ສະຖານີສູບນ້ຳເພື່ອຮັບໃຊ້ການຫົດນ້ຳເພື່ອຜະລິດເຂົ້າລະດູບານໃໝ່ຢ່າງທັນການ ” 

ຕອບກັບ

ຂ່າວ/ບົດ​ອື່ນ