ເວທີປາໄສ Davos ລະດູແລ້ງ 2019: ຈີນ ຢັ້ງຢືນ ຈະເປີດອົກເປີດໃຈ, ຈະແຈ້ງກວ່າສໍາລັບການລົງທຶນຕ່າງປະເທດ

(VOVWORLD) -ວັນທີ 02 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ຖະແຫຼງວ່າ ປະເທດນີ້ຈະເປີດອົກເປີດໃຈກວ່າ, ຈະແຈ້ງກວ່າ ສໍາລັບການລົງທຶນຕ່າງປະເທດ ແລະ ສະພາບແວດລ້ອມດໍາເນີນທຸລະກິດ ຈະໄດ້ຮັບການປັບປຸງດີກວ່າອີກ. 
ເວທີປາໄສ Davos ລະດູແລ້ງ 2019: ຈີນ ຢັ້ງຢືນ ຈະເປີດອົກເປີດໃຈ, ຈະແຈ້ງກວ່າສໍາລັບການລົງທຶນຕ່າງປະເທດ - ảnh 1ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ (ພາບ:  Kyodo/TTXVN)

ທ່ານ ຫຼີເຄີຊຽນ ໄດ້ຍົກອອກຄໍາຖະແຫຼງດັ່ງກ່າວໃນບົດກ່າວປາໄສ ທີ່ພິທີໄຂເວທີປາໄສ Davos ລະດູແລ້ງ 2019 - ເຊິ່ງຖືກດໍາເນີນໃນລະຫວ່າງວັນທີ 01 - 03 ກໍລະກົດ ຢູ່ນະຄອນ ຕະຫຼຽນ, ແຂວງ ຫຼຽວໜິິງ ປະເທດ ຈີນ.

ທ່ານ ຫຼີເຄີຊຽນ ເນັ້ນໜັກວ່າ ຈີນ ຈະຢຶດໝັ້ນຊຸກຍູ້ການເປີດປະຕູໃນທຸກຂົງເຂດ, ຈະໜູນຊ່ວຍການລົງທຶນຕ່າງປະເທດໃນບັນດາຂະແໜງປະດິດສ້າງທີ່ກ້າວໜ້າຄື ຂໍ້ມູນຂ່າວສານເອເລັກໂຕນິກ, ການປະດິດສ້າງອຸປະກອນ, ການຢາ ແລະ ວັດສະດຸຊະນິດໃໝ່ ແລະ ຢູ່ເຂດພາກກາງ ແລະ ພາກຕາເວັນຕົກ. ທ່ານກໍໃຫ້ຮູ້ວ່າ ບັນດານະໂຍບາຍບຸລິມະສິດທີ່ກ່ຽວຂ້ອງເຖິງອຸປະກອນນໍາເຂົ້າ, ອາກອນລາຍໄດ້ຂອງວິສາຫະກິດ ແລະ ການສະໜອງທີ່ດິນ ຈະໄດ້ຮັບການປະກາດ. ທ່ານ ຫຼີເຄີຊຽນ ຊີ້ແຈ້ງວ່າ ຈີນ ຈະສ້າງສະພາບແວດລ້ອມດໍາເນີນທຸລະກິດສາກົນ ຕາມການກໍານົດທິດການຕະຫຼາດບົນພື້ນຖານກົດໝາຍ ເພື່ອເພີ່ມພະລັງຊີວິດໃຫ້ແກ່ການເຄື່ອນໄຫວຕະຫຼາດ.


ຕອບກັບ

ຂ່າວ/ບົດ​ອື່ນ