ເວ​ທີ​ປາ​ໄສ VBF ແມ່ນ​ຊ່ອງ​ ເຈ​ລະ​ຈາ​ນະ​ໂຍ​ບາຍ​ສຳ​ຄັນ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ກັບ ​ລັດ​ຖະ​ບານ ຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 10 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຜູ້ຕາງໜ້າບັນດາສະຫະສະມາຄົມວິສາຫະກິດ ຂຶ້ນກັບ ພັນທະມິດ ເວທີປາໄສວິສາຫະກິດ ຫວຽດນາມ (VBF).
ເວ​ທີ​ປາ​ໄສ VBF ແມ່ນ​ຊ່ອງ​ ເຈ​ລະ​ຈາ​ນະ​ໂຍ​ບາຍ​ສຳ​ຄັນ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ກັບ ​ລັດ​ຖະ​ບານ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: VGP) 

ເຂົ້າຮ່ວມການພົບປະມີການນຳບາງກະຊວງ, ຂະແໜງການ ຫວຽດນາມ ແລະ ຜູ້ຕາງໜ້າບັນດາສະຫະສະມາຄົມວິສາຫະກິດຄື: ສ.ເກົາຫຼີ, ຍີ່ປຸ່ນ, ອັງກິດ, ເອີລົບ, ອາເມລິກາ, ສິງກະໂປ ປະຈຳ ຫວຽດນາມ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ທະນາຄານໂລກ (WB), ອົງການ ການເງິນ ສາກົນ (IFC)

ຕໍ່ໜ້າ ນັກລົງທຶນ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ ເວທີປາໄສ VBF ວ່າ ຍາມໃດກໍໄດ້ຮ່ວມເດີນທາງກັບລັດຖະບານ, ທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຄົມວິສາຫະກິດ ໃນຕະຫຼອດ 23 ປີທີ່ຜ່ານມາ, VBF ກໍ່ໄດ້ຍົກອອກຫຼາຍຂໍ້ສະເໜີແນະ, ຂໍ້ລິເລີ່ມທີ່ມີປະໂຫຍດ ເພື່ອແນໃສ່ ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ເພື່ອຊ່ວຍໃຫ້ປະຊາຄົມວິສາຫະກິດຫວຽດນາມ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ.

ຕາງໜ້າສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ ແລະ ຍີ່ປຸ່ນ ປະຈຳ ຫວຽດນາມ ໄດ້ຕີລາຄາສູງຕໍ່ ລັດຖະບານ ຫວຽດນາມທີ່ໜູນຊ່ວຍບັນດາວິສາຫະກິດ ສ.ເກົາຫຼີ, ເປັນຕົ້ນແມ່ນກົນໄກເຂົ້າເມືອງ.

        ທ່ານນາງ Carolyn Turk ຜູ້ຕາງໜ້າ WB ໄດ້ເນັ້ນໜັກວ່າ: ຫວຽດນາມ ພວມມີບົດບາດນຳໜ້າຂອງໂລກ ໃນການຍາດໄດ້ໄຊຊະນະຕໍ່ໂລກລະບາດໂຄວິດ - 19 ແລະ ຫວັງວ່າ ຫວຽດນາມຈະນຳໜ້າໂລກໃນການຟື້ນຟູພື້ນຖານເສດຖະກິດ ແລະ ການເຕີບໂຕຂຽວ. WB ຈະຮ່ວມເດີນທາງໜູນຊ່ວຍຫວຽດນາມໃນການພັດທະນາແບບຍືນຍົງ ແລະ ການເຕີບໂຕຂຽວ.

        ໂດຍຮັບຮູ້ບັນດາຄຳເຫັນ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ເຖິງວ່າຢູ່ໃນໄລຍະເກີດໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ເສດຖະກິດຫວຽດນາມຍັງເຕີບໂຕເປັນບວກ ແຕ່ກໍ່ຍັງມີຂໍ້ຄົງຄ້າງຢູ່, ເປັນຕົ້ນແມ່ນຕ້ອງປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດໃຫ້ຫຼາຍກ່ວາອີກ, ເອົາໃຈໃສ່ແກ້ໄຂບັນຫາພື້ນຖານໂຄງລ່າງ, ພະລັງງານ… ຫວຽດນາມ ຢຶດໝັ້ນຕໍ່ເປົ້າໝາຍຄວບຄູ່, ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທັງເອົາໃຈພັດທະນາເສດຖະກິດ. ລະບົບນະໂຍບາຍຂອງ ຫວຽດນາມ ໃນຕໍ່ໜ້າ ຈະມຸ່ງໄປເຖິງການປະຕິຮູບຢ່າງແຮງ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ