ເວທີປາໄສ ຊາວຫນຸ່ມ UN 75

(VOVWORLD) -ເດືອນມັງກອນປີ 2020, ສປຊ ໄດ້ຍົກອອກຂໍ້ລິເລີ່ມໂອ້ລົມສົນທະນາທົ່ວໂລກ “ເວທີປາໄສຊາວຫນຸ່ມ UN 75” 

ເວທີປາໄສ ຊາວຫນຸ່ມ UN 75 - ảnh 1ທ່ານ Kamal Malhotra ຜູ້ປະສານງານຫ້ອງການ ສະຫະປະຊາຊາດ ປະຈຳ ຫວຽດນາມ

ພາບ:TTXVN

ຕອນເຊົ້າວັນທີ 24 ພຶດສະພາ ຢູ່ ຮ່າໂນ້ຍ, ຫ້ອງການ ສະຫະປະຊາຊາດ ປະຈຳ ຫວຽດນາມ ຈັດຕັ້ງ “ເວທີປາໄສ ຊາວຫນຸ່ມ  UN75 ດ້ວຍຫົວຂໍ້ “ ອະນາຄົດຊື່ງພວກເຮົາປາດຖະຫນາ”. ນີ້ແມ່ນເຫດການຖືກຈັດຂຶ້ນດ້ວຍຮູບການອອນລາຍເປັນຄັ້ງທຳອິດ ໂດຍ ສະຫະປະຊາຊາດ ຈັດຕັ້ງ ເພື່ອແນໃສ່ເຊື່ອມຕໍ່ຊາວຫນຸ່ມ ຫວຽດນາມ ເຂົ້າຮ່ວມການປຶກສາຫາລື ແລະ ແບ່ງປັນບັນດາບັນຫາໄວຫນຸ່ມມີຄວາມສົນໃຈໃນປະຈຸບັນ.

ທີ່ເວທີປາໄສ ຊາວຫນຸ່ມ UN 75, ທ່ານ Kamal Malhotra ຜູ້ປະສານງານຫ້ອງການ ສະຫະປະຊາຊາດ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ນີ້ຍັງແມ່ນຫນຶ່ງໃນບັນດາການເຄື່ອນໄຫວຈຸດສຸມ ເພື່ອສະເຫລີມສະຫລອງ 75 ປີແຫ່ງວັນສ້າງຕັ້ງ ສປຊ (1945-2020). ທ່ານ Kamal Malhotra ໃຫ້ຮູ້ວ່າ: ເດືອນມັງກອນປີ 2020, ສປຊ ໄດ້ຍົກອອກຂໍ້ລິເລີ່ມໂອ້ລົມສົນທະນາທົ່ວໂລກ “ເວທີປາໄສຊາວຫນຸ່ມ UN 75” ດ້ວຍລາຍການ ສຳຫລວດໃນເວລາ 1  ນາທີ ແລະ ບັນດາການປຶກສາຫາລືຈັດຂຶ້ນຫລາຍບ່ອນໃນທົ່ວໂລກ. ທີ່ເວທີປາໄສ ບັນດາຊາວຫນຸ່ມ ຫວຽດນາມ ໄດ້ສຸມໃສ່ປຶກສາຫາລື, ແບ່ງປັນທັດສະນະ ພ້ອມທັງປະກອບສ່ວນບັນດາຂໍ້ລິເລີ່ມ, ມາດຕະການ, ສຸມໃສ່ເຂົ້າໃນ 4 ບັນຫາຕົ້ນຕໍ: ການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ, ສັງຄົມສະເຫມີພາບຜ່ານການສັງເກດຂອງຊາວຫນຸ່ມ, ກຳລັງແຮງຂອງດົນຕີ, ສ້າງສັນອະນາຄົດຊຶ່ງໄວຫນຸ່ມໄດ້ມີຄວາມມຸ່ງມາດປາດຖະຫນາ.

ຕອບກັບ

ຂ່າວ/ບົດ​ອື່ນ