ເວທີປາໄສAFRຄັ້ງທີ21ອອກຖະແຫຼງການປະທານກ່ຽວກັບໝາກຜົນຂອງກອງປະຊຸມ

ເວທີປາໄສAFRຄັ້ງທີ21ອອກຖະແຫຼງການປະທານກ່ຽວກັບໝາກຜົນຂອງກອງປະຊຸມ - ảnh 1
ບັນດາລັດຖະມົນຕີການຕ່າງປະເທດເຂົ້າຮ່ວມກອງປະຊຸມ
(ພາບ: AFP/TTXVN)

(vovworld) – ​ ວັນ​ທີ 10/8, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ຜູ້ຕາງໜ້າ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ ຄັ້ງ​ທີ 21 (AFR 21) ອອກ​ຖະ​ແຫຼ​ງການ​ປະທານ​ກ່ຽວກັບ​ບັນດາ​ໝາກຜົນ​ແຫ່ງ​ການ​ປຶກສາ​ຫາລື​ຂອງ​ກອງ​ປະຊຸມ. ຖະ​ແຫຼ​ງການ​ປະທານ AFR 21 ອີກ​ເທື່ອ​ໜຶ່ງ​ໄດ້ເນັ້ນ​ໜັກ​ເຖິງຄວາມ​ສຳຄັນ​ຂອງ AFR ຄື​ດັ່ງ​ເວທີ​ປາ​ໄສ​ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ​ຕົ້ນ​ຕໍ​ເພື່ອ​ແນ​ໃສ່​ຊຸກຍູ້​ສັນຕິພາບ, ສະຖຽນລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ໃນ​ພາກ​ພື້ນ​ຜ່ານ​ການ​ເຈລະຈາ ​ແລະ ການ​ຮ່ວມ​ມື. ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄດ້​ສະໜັບສະໜູນ​ບົດບາດ​​ແກ່ນສານ​ຂອງ ອາ​ຊຽນ ​ໃນ​ການ​ກຳນົດ​ທິດ​ວິວັດທະນາ​ການ​ຮ່ວມ​ມື​ຂອງ AFR ກັບ​ບັນດາ​ຜູ້ຕາງໜ້າ​ເຂົ້າ​ຮ່ວມ. ຖະ​ແຫຼ​ງການ​ປະທານ AFR ກໍ່​ໄດ້​ຊີ້​ແຈ້​ງບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ໄດ້​ນຳ​ມາ​ປຶກສາ​ຫາລື​ທີ່​ເວ​ທີ​ປາ​ໄສ, ຄື​ສະພາບ​ການ​ໃນ​ແຫຼມ ​ເກົາຫຼີ, ຢູ​ແກຼນ, ຕາ​ເວັນ​ອອກ​ກາງ, ບັນດາ​ບັນຫາ​ນິວ​ເຄຼຍ ​ແລະ ການ​ທ້າ​ທາຍ​ກັບ​ອາດຊະຍາ​ກຳ​ຂ້າມ​ຊາດ​ອື່ນໆ.

    ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ລັດຖະມົນຕີ​ເນັ້ນ​ໜັກ​ຕ້ອງ​ປະຕິບັດ​​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ທາ​ບທາມ​ຄວາມ​ເຫັນ​ກ່ຽວ​ກັບ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງ​ຕັ້ງໜ້າ. ຖະ​ແຫຼ​ງການ​ເນັ້ນ​ໜັກ​​ເຖິງຄວາມ​ສຳຄັນ​ຂອງ​ມາດ​ຕະການ​​ແກ້​ໄຂ​ການ​ຂັດ​ແຍ້ງດ້ວຍສັນຕິ​ວິທີ​ໂດຍ​ອີງ​ໃສ່​ບັນດາ​ຫຼັກການ​ທີ່​ໄດ້​ຮັບ​ຮອງຢ່າງ​ກ້ວາງ​ຂວາງ​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS). ຖະ​ແຫຼ​ງການ​ຮຽກຮ້ອງ​ທຸກໆ​ຝ່າຍ​ກ່ຽວຂ້ອງ​ລະງັບ​ໃຈ, ຫຼີກ​ລ້ຽງບັນດາ​ການ​ກະທຳ​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ.

 


ຂ່າວ/ບົດ​ອື່ນ