ເວທີປາໄສການຮ່ວມມືເສດຖະກິດຫວຽດນາມ-Slovakia

ເວທີປາໄສການຮ່ວມມືເສດຖະກິດຫວຽດນາມ-Slovakia - ảnh 1
ທ່ານ ຮ່ວາງຈູງຫາຍ ແລະ ທ່ານ  Ľubomir Vazny
(ພາບ: dangcongsan.vn)

(vovworld) – ​ ​ ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສ. Slovakia ຢ່າງ​ເປັນ​ທາງ​ການ​ໃນ​ລະ​ຫວ່າງ​ວັນ​ທີ 3 – 5/12/2015, ວັນ​ທີ 4/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ - Slovakia ​ເຊິ່ງຈັດ​ຕັ້ງ​ຢູ່​ນະຄອນຫລວງ Bratislava. ນະ​ທີ່​ນີ້ ການ​ນຳ 2 ປະ​ເທດ ສະ​ເໜີ 2 ຝ່າຍ​ຕັ້ງໜ້າ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ບັນດາ​ຂົງ​ເຂດ​ທີ່​ Slovakia ມີ​ທ່າ​ແຮງ, ​ແລະ ເໝາະ​ສົມ​ກັບ​​ພາລະກິດຫັນ​ເປັນ​ປະ​ເທດອຸດສາຫະກຳ​ ແລະ ທັນ​ສະ​ໄໝ​ຂອງ ຫວຽດນາມ ຄື: ອຸດສາຫະກຳ​ສຳຮອງ, ປະກອບ​ລົດ​ໂອ​ໂຕ, ສາທາລະນະ​ສຸກ, ​ໂຄງ​ລ່າງ​ທ່ອງ​ທ່ຽວ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຄວນ​ໜູນ​ໃຊ້​ບັນດາກາລະ​ໂອກາດ​ໃຫ້​ດີ ​ເຊິ່ງ FTA ຫວຽດນາມ - ສະຫະພາບ ​ເອີ​ລົບ, ປະຊາ​ຄົ​ມ​ເສດຖະກິດ ອາ​ຊຽນ ​ແລະ TPP ນຳ​ມາ​ໃຫ້ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນດ້ານການ​ຄ້າ ບໍ່ພຽງ​ແຕ່ລະຫວ່າງ ຫວຽດນາມ ​ແລະ Slovakia ​ເທົ່າ​ນັ້ນ ຫາກ​ຍັງ​ລະຫວ່າງ ຫວຽດນາມ ກັບ​ບັນ​ດາ​ປະ​ເທດ​ສະຫະພາບ ​ເອີ​ລົບ ​ແລະ ລະຫວ່າ​ງ Slovakia ກັບ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ອາຊີ - ປາຊີ​ຟິກ.

ຂ່າວ/ບົດ​ອື່ນ