ເວທີປາໄສຊາວກະສິກອນແຫ່ງຊາດຄັ້ງທີ 3

(VOVWORLD) -ວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນຫວຽດນາມ ໄດ້ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງອຸດສາຫະກຳການຄ້າ ໄດ້ຈັດເວທີປາໄສຊາວກະສິກອນແຫ່ງຊາດຄັ້ງທີ 3 ດ້ວຍຫົວຂໍ້ວ່າ “ປຸກລຸກແຫຼ່ງຜະລິດຕະພັນກະເສດຫວຽດນາມ”.

ເວທີປາໄສຊາວກະສິກອນແຫ່ງຊາດຄັ້ງທີ 3 - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ

(ພາບ: TTXVN)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ປະຈຸບັນ, ຫວຽດນາມ ມີຜະລິດຕະພັນກະເສດສົ່ງອອກ 10 ປະເພດ ບັນລຸວົງເງິນການຄ້າກວ່າ 1 ຕື້ USD. ຖ້າຫາກປະຕິບັດເປັນຢ່າງດີອາດຈະບັນລຸເກືອບ 4 ຕື້ USD ໃນປີ 2018. ກໍ່ທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີກໍ່ໃຫ້ຄຳໝັ້ນສັນຍາວ່າ, ລັດຖະບານຈະສ້າງບັນດາແຜນນະໂນບາຍ, ນະໂຍບາຍຊຸກຍູ້ການພັດທະນາກະສິກຳ, ສົ່ງເສີມການຄ້າ ແລະ ການລົງທຶນໃຫ້ສົມບູນແບບ.

        ທີ່ເວທີປາໄສ, ຊາວກະສິກອນທ້ອງຖິ່ນຕ່າງໆ ໄດ້ຕັ້ງຫຼາຍຄຳຖາມໃຫ້ບັນດານັກຊ່ຽວຊານດ້ານເສດຖະກິດ,  ບັນດານັກວາງແຜນນະໂຍບາຍ ແລະ ການນຳບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບບັນດາບັນຫາຄື: ຄຸນນະພາບ, ຮູບພາບໃຫ້ຜະລິດຕະພັນກະເສດຫວຽດນາມ; ພັດທະນາຕະຫຼາດ; ການຮ່ວມສຳພັນລະຫວ່າງຊາວກະສິກອນ ແລະ ວິສາຫະກິດ…

ຕອບກັບ

ຂ່າວ/ບົດ​ອື່ນ