ເວທີປາໄສຍຸດທະສາດຫວຽດນາມ-ອີຕາລີ

ເວທີປາໄສຍຸດທະສາດຫວຽດນາມ-ອີຕາລີ - ảnh 1
(ພາບປະກອບ)

(vovworld) – ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​​ເຖິງຫວຽດນາມ, ຕອນ​ບ່າຍ​ວັນ​ທີ 08/11, ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ປະທານາທິບໍດີ​ອີ​ຕາ​ລີ Sergio Mattarella ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິງ ​ໄດ້​ເປັນ​ປະທານເວທີ​ປາ​ໄສ​ຍຸດ​ທະ​ສາດ​ຫວຽດນາມ - ອີ​ຕາ​ລີ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ປະທານາທິບໍດີ Sergio Mattarella ຢືນຢັນ​ວ່າ ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທ​ດມີ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ. ດ້ວຍ​ຈຸດ​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ຮູບ​ແບບ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ຂະໜາດ​ກາງ ຕໍ​່ໜ້າ​ບັນດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ການ​ໂລກາ​ພິວັດ, 2 ຝ່າຍ​ໄດ້​ພ້ອມກັນ​ແບ່ງ​ປັນ​ບົດຮຽນ​ເພື່ອ​ພ້ອມ​ກັບ​ພັດທະນາ. ທ່ານ​ກໍ​ຢືນຢັນ​ວ່າ, ບັນດາ​ວິ​ສາ​ຫະກິດ​ອີ​ຕາ​ລີ ພວມ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ ບັນລຸ​ຜົນ​ສຳ​ລັດ ຈະ​ແມ່ນ​ຂົວ​​ເຊື່ອມ​ຕໍ່​ໃຫ​້​ການ​ພົວພັນ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

      ​ໃນ​ບັນດາ​ການ​ພົບ​ປະ, ​ເຈລະຈາ​ກັບ​ການ​ນຳ​ຂັ້ນສູງ​ຫວຽດນາມ ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ປະທານາທິບໍດີ​ອີ​ຕາ​ລີ Sergio Mattarella ຢືນຢັນ​ຄວາມ​ຕັດສິນ​ໃຈ​ຊຸກ​ຍູ້​ການ​ພົວພັນ​ຫຼາຍ​ດ້ານ​ກັບ​ຫວຽດນາມ.

ຂ່າວ/ບົດ​ອື່ນ