ເວທີປາໄສນັກຂ່າວໜຸ່ມ ແລະ ບຳລຸງສ້າງນັກຂ່າວໜຸ່ມ

(VOVWORLD) - ນັກຂ່າວໜຸ່ມຄວນເອົາໃຈໃສ່ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມເພື່ອກາຍເປັນນັກຂ່າວທີ່ມີທັກສະດີ; ມີບົດຮຽນໃນການເອົາຂ່າວ, ຮູ້ວິທີວິເຄາະ, ໄຈ້ແຍກ ແລະ ພະຍາຍາມເຮັດໃຫ້ຫາງສຽງເຂົ້າໃຈບັນຫາ
ເວທີປາໄສນັກຂ່າວໜຸ່ມ ແລະ ບຳລຸງສ້າງນັກຂ່າວໜຸ່ມ - ảnh 1 ທີ່ເວທີປາໄສ

ໃນຂອບເຂດງານບຸນສື່ມວນຊົນທົ່ວປະເທດ 2019, ຕອນເຊົ້າວັນທີ 17 ມີນາ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສນັກຂ່າວໜຸ່ມ ແລະ ບຳລຸງສ້າງນັກຂ່າວໜຸ່ມ. ທີ່ເວທີປາໄສ, ບັນດາຜູ້ແທນກໍ່ຖືວ່າ: ນັກຂ່າວໜຸ່ມຄວນເອົາໃຈໃສ່ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມເພື່ອກາຍເປັນນັກຂ່າວທີ່ມີທັກສະດີ; ມີບົດຮຽນໃນການເອົາຂ່າວ, ຮູ້ວິທີວິເຄາະ, ໄຈ້ແຍກ ແລະ ພະຍາຍາມເຮັດໃຫ້ຫາງສຽງເຂົ້າໃຈບັນຫາ… ນາງ ຫງວຽນງອັກລິງ, ນັກສຶກສາປີທີ 2, ສະຖາບັນສື່ມວນຊົນ ແລະ ໂຄສະນາຖືວ່າ:

        ຜ່ານການແບ່ງປັນຂອງບັນດານັກຂ່າວ, ນ້ອງຮັບຮູ້ໄດ້ວ່າ ຕົນຕົວຄວນເປັນເຈົ້າການກ່ວາ ໃນການຊອກຫາສະພາບແວດລ້ອມແຫ່ງການເຮັດວຽກ ກໍ່ຄືສະພາບແວດລ້ອມແຫ່ງການຮ່ວມງານຂອງຕົນ. ຕ້ອງເປັນເຈົ້າການຊອກຫາສະພາບແວດລ້ອມທີ່ເໝາະສົມກັບຕົນເອງ ແລະ ໃນສະພາບແວດລ້ອມນັ້ນ ຕົນເອງຕ້ອງເຊື່ອມຕົວໃຫ້ເໝາະສົມ ແລະ ມານະພະຍາຍາມຝຶກຝົນຫລໍ່ຫລອມຕົນເອງໃຫ້ດີກ່ວາເກົ່າ.    

 

ຕອບກັບ

ຂ່າວ/ບົດ​ອື່ນ