ເວທີປາໄສວິສາຫະກິດ ຫວຽດນາມ - Israel

ເວທີປາໄສວິສາຫະກິດ ຫວຽດນາມ - Israel  - ảnh 1
(ພາບ: http://dddn.com.vn)

ວັນ​ທີ 24/11, ຢູ່​ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ທີ່​ປະທານາທິບໍດີ​ Israel ທ່ານ Shimon Peres ມາ​ຢ້ຽມຢາມ​ຫວຽດນາມ​ນັ້ນ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ (VCCI) ​ໄດ້​ສົມທົບ​ກັບ​ຫ້ອງການ​ເສດຖະກິດ ​ແລະ ການ​ຄ້າ, ສະຖານທູດ Israel ປະຈຳ​ຫວຽດນາມ ຈັດ​ຕັ້ງ​​ເວທີ​ປາ​ໄສ ວິ​ສາ​ຫະກິດ​ຫວຽດນາມ - Israel ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ. ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກໆ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ໜັກ​ວ່າ ລັດຖະບານ​ຫວຽດນາມ​ຍາມ​ໃດ​ກໍ່​ສົ່ງ​ເສີມ ​ແລະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ວິ​ສາ​ຫະກິດ Israel ມາ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ຫວຽດນາມ ​ແລະ Israel ກໍ່​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ ​ເຊິ່ງວິ​ສາ​ຫະກິດ​ສອງ​ປະ​ເທດສາມາດ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ. ສ່ວນ ປະທານາທິບໍດີ Israel ກໍ່​ແບ່ງປັນ​ບັນດາ​ບົດຮຽນ​ແຫ່ງ​ການ​ພັດທະນາ​ຂອງ Israel ​ໃນ​ຂົງ​ເຂດ ກະ​ສີ​ກຳ ​ແລະ​ເຕັກ​ໂນ​ໂລ​ຢີສູງ ​ແລະ​ ປາຖະໜາ​ຢາກ​ຮ່ວມ​ມື​ກັບ​ຫວຽດນາມ ​ເພື່ອ​ສ້າງ​ກາລະ​ໂອກາດ​ພັດທະນາ​ໃຫ້​ທັງ​ສອງ​ຝ່າຍ​ຕື່ມ​ອີກ.

    ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (MOU) ​ລະ​ຫວ່າງ VCCI  ​ແລະ ສະຫະພັນ​ບັນດາ​ອົງການ​ເສດຖະກິດ Israel; ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ VCCI ກັບ​ສະຫະພັນບັນດາ​ຫ້ອງການ​ການ​ຄ້າ Israel ພາຍ​ໃຕ້​ການ​ເປັນສັກຂີ​ພິຍານ​​ຂອງ​ການ​ນຳ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ