ເວທີປາໄສວິສາຫະກິດ ຫວຽດນາມ - ອົດສະຕາລີ

(VOVWORLD) - ອົດສະຕາລີ ແມ່ນປະເທດມີຊັບພະຍາກອນອຸດົມສົມບຸນ, ມີລະດັບດ້ານເຕັກໂນໂລຊີສູງ, ພິເສດແມ່ນໃນຂົງເຂດການສຶກສາ.
ເວທີປາໄສວິສາຫະກິດ ຫວຽດນາມ - ອົດສະຕາລີ - ảnh 1(ທ່ານ ເລຮົ່ງມິງ, ຫົວໜ້າກົມສົ່ງເສີມການຄ້າ - ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ)

        ວັນທີ 27 ມິຖຸນາ, ຢູ່ນະຄອນ ຊິດນີ, ປະເທດ ອົດສະຕາລີ, ໄດ້ຈັດເວທີປາໄສວິສາຫະກິດ ຫວຽດນາມ - ອົດສະຕາລີ ດ້ວຍການເຂົ້າຮ່ວມຂອງວິສາຫະກິດຈຳນວນໜຶ່ງຂອງ 2 ປະເທດ ໃນຂົງເຂດກະສິກຳ, ສິນໃນນ້ຳ, ບັນດາເຄື່ອງອຸປະກອນໃຊ້ຢູ່ກາງແຈ້ງ… ເຫດການໂດຍກົມສົ່ງເສີມການຄ້າ ສົມທົບກັບສະຖານກົງສູງ ຫວຽດນາມ ປະຈຳ ຊິດນີ, ຫ້ອງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ ແລະ ສະພາດຳເນີນທຸລະກິດ ຫວຽດນາມ - ອົດສະຕາລີ ຈັດຂຶ້ນ, ເພື່ອໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມການເຊື່ອມຕໍ່ໂດຍກົງກັບວິສາຫະກິດ ອົດສະຕາລີ, ຈາກນັ້ນ ສ້າງພື້ນຖານເພື່ອຍູ້ແຮງການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ.

        ທີ່ເວທີປາໄສ, ທ່ານ ເລຮົ່ງມິງ, ຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ), ເນັ້ນໜັກວ່າ ອົດສະຕາລີ ແມ່ນປະເທດມີຊັບພະຍາກອນອຸດົມສົມບຸນ, ມີລະດັບດ້ານເຕັກໂນໂລຊີສູງ, ພິເສດແມ່ນໃນຂົງເຂດການສຶກສາ. ໃນຂະນະນັ້ນ, ຫວຽດນາມ ມີກຳລັງແຮງງານຢ່າງຫຼວງຫຼາຍ, ສາມາດເພີ່ມເຕີມແຫຼ່ງແຮງງານ ແລະ ຜະລິດບັນດາຜະລິດຕະພັນເພື່ອສະໜອງໃຫ້ຕະຫຼາດ ອົດສະຕາລີ. ນີ້ແມ່ນພື້ນຖານສະດວກເພື່ອໃຫ້ວິສາຫະກິດຂອງ 2 ປະເທດ ເພີ່ມທະວີການເຊື່ອມຕໍ່.

        ການພົວພັນດ້ານການຄ້າ ຫວຽດນາມ - ອົດສະຕາລີ ພັດທະນາຢ່າງແຮງໃນປີ 2022, ດ້ວຍຍອດວົງເງິນການຄ້າ 2 ສົ້ນບັນລຸ 15,7 ຕື້ USD, ນຳ ອົດສະຕາລີ ກາຍເປັນຄູ່ຄ້າໃຫຍ່ອັນດັບທີ 7 ຂອງ ຫວຽດນາມ ແລະ ຫວຽດນາມ ກາຍເປັນຄູ່ຄ້າໃຫຍ່ອັນດັບທີ 10 ຂອງ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ