ເວທີປາໄສວີສາຫະກິດ ຫວຽດນາມ - ອີນເດຍ ຢູ່ New Delhi

ເວທີປາໄສວີສາຫະກິດ ຫວຽດນາມ - ອີນເດຍ ຢູ່ New  Delhi - ảnh 1
(ພາບປະກອບ)

(vovworld) - ກ່າວຄຳ​ເຫັຍ​ທີ່​ພິທີ​ໄຂ​ເວທີ​ປາ​ໄສ, ທ່ານ​ຮອງ​ຫົວ​ໜ້າ​ກົມ​ຕະຫຼາດ​ອະ​ຟລິ​ກາ​ - ອາຊີ​ຕາ​ເວັນ​ຕົກ - ອາຊີ​ໃຕ້ ສັງກັດ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ເລ​ທ໋າຍຮ່ວາ ​ໃຫ້​ຮູ້​ວ່າ ຫວຽດນາມ ​ໄດ້​ຕັ້ງໜ້າ​ເຊື່ອມ​​ໂຍງ​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ, ຫວຽດນາມ ພວມ​ມານະ​ພະຍາຍາມ​ເພື່ອ​ກາຍ​ເປັນ​ປະທານ​ອຸດ​ສາ​ຫະກຳ​ໃນ​ປີ 2020. ປະຈຸ​ບັນ, ຫວຽດນາມ ​ໄດ້​ມີ​ການ​ພົວພັນ​ດ້ານ​ການ​ຄ້າ​ກັບ​ຫຼາຍ​ປະ​ເທດ ​ແລະ ​ເຂດ​ແຂ້ວ​ນ​ໃນ​ໂລກ. ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ຫວຽດນາມ - ອີນ​ເດ​ຍ ​ໄດ້ພັດທະນາດີ​ພໍ​ສົມຄວນ​ໃນ​ຊຸມ​ປີຜ່ານມາ. ປະຈຸ​ບັນ, ອີນ​ເດຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ການ​ຄ້າ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ. ​ໃນ​ປີ 2012, ວົງ​ເງິນການ​ຄ້າ 2 ສົ້ນ​ບັນລຸ​ລະດັບ 2,16 ຕື້ USD. ​ໃນ 9 ​ເດືອ​ນຕົ້ນ​ປີ 2013, ວົງ​ເງິນການ​ຄ້າ 2 ສົ້ນ​​ລະຫວ່າງ​ຫວຽດນາມ - ອີນ​ເດຍບັນລຸ 3,935 ຕື້ USD, ​ໃນ​ນັ້ນ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ ບັນລຸ​ 1,835 ຕື້ USD ​ແລະ ນ້ຳ​ເຂົ້າ​ແມ​່ນ 2,1 ຕື້ USD.

ຂ່າວ/ບົດ​ອື່ນ