ເວທີປາໄສວິສາຫະກິດ ອາຊີ - ເອີລົບຄັ້ງທີ 13 ຢູ່ ສປປ ລາວ

(vovworld) - ​ໃນ​ວັນ​ທີ 4 ​ແລະ 5/11/2012 ຢູ່ ນະ​ຄອນ​ຫລວງ​ວຽງ​ຈັນ, ຈະ​ດຳ​ເນີນ​ເວທີ​ປາ​ໄສ​​ວິ​ສາ​ຫະກິດ ອາຊີ - ​ເອີ​ລົບ​ (AEBF 13 ) ຄັ້ງ​ທີ 13 ພາຍ​ໃຕ້​ຫົວ​ຂໍ້​ວ່າ: ​ເບິ່ງ​ແຍງ​ຫນ່ວຍ​ພິພົບ - ​ເພື່ອ​ເສດຖະກິດ ​ແລະ ການ​ດຳ​ເນີນ​ທຸລະ​ກິດ​ແບບ​ຍືນ​ຍົງ ຢູ່ ອາຊີ ​ແລະ ​ເອີ​ລົບ”. ນອກຈາກ​ວິ​ສາ​ຫະກິດ​ຂອງ​ລາວ​, ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດທີ່​ເຂົ້າ​ຮ່ວມ ເວທີ​ປາ​ໄສ​ວິ​ສາ​ຫະກິດ ອາຊີ - ​ເອີ​ລົບ​ຄັ້ງ​ທີ 13 ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຊັ້ນ​ນຳ​ຂອງໂລກ​ໃນຂົງ​ເຂດ​ພະນັກງານ, ພະລາທິການ, ບໍ່​ແຮ່ ​ແລະ ທະນາຄານ. ເວທີ​ປາ​ໄສ​ວິ​ສາ​ຫະກິດ ອາຊີ - ​ເອີ​ລົບ​ຄັ້ງ​ທີ 13 ຈະ​ປຶກສາ​ຫາລື​ບັນດາ​ບັນຫາ​ຄື: ​ແງ່​ຫວັງການ​ຈະ​ເລີ​ນ​ເຕີບ​ໂຕ​ຢູ່ ອາຊີ ​ແລະ ​ເອີ​ລົບ, ບັນດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ, ພະ​ລັງງານ ​ແລະ ການ​ຄຸ້ມ​ຄອງ​​ແຫ​ລ່ງຊັບພະຍາກອນ​ທຳ​ມະ​ຊາດແບບ​ຍືນ​ຍົງ, ການພັດທະນາ ​ແລະ ​ເຊື່ອມ​ຕໍ່​ຕະຫລາດ​ອາຊີ -​ເອີ​ລົບ. ເວທີ​ປາ​ໄສ​ວິ​ສາ​ຫະກິດ ອາຊີ - ​ເອີ​ລົບ​ຄັ້ງ​ທີ 13 ​ແມ່ນ​ກາລະ​ໂອກາດ​ທີ່​ດີ​​ເພື່ອ​ໃຫ້​ວິ​ສາ​ຫະກິດ ລາວ ​ແລກປ່ຽນ ​ແລະ ຊອກ​ຫາ​ການ​ຮ່ວມ​ມື, ຮ່ວມ​ທຸລະ​ກິດ​ກັບ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ​​ເພ​ື່ອ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ຜະລິດ​ ພ້ອມ​ທັງ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ ອາຊີ - ​ເອີ​ລົບ​ຊອກ​ຮູ້​ຕະຫລາດ​ລາວ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ. ເວທີ​ປາ​ໄສ​ວິ​ສາ​ຫະກິດ ອາຊີ - ​ເອີ​ລົບ​ຄັ້ງ​ທີ 13 ​ແມ່ນ​ເຫດການ​ດຳ​ເນີນ​ໄປ​ກ່ອນ​ ​ກອງ​ປະຊຸມ​ຂັ້ນ​ສູງ ອາຊີ - ​ເອີ​ລົບ​ຄັ້ງທີ 9 ເຊິ່ງຈະຈັດ​ຂຶ້ນ​​ໃນ​ວັນ​ທີ 5 ​ແລະ 6/11/2012.

 

 

 

 

 

 

ຂ່າວ/ບົດ​ອື່ນ