ເວທີປາໄສວິສາຫະກິດຫວຽດນາມ-ຍີ່ປຸ່ນໃນກະສິກຳ

ເວທີປາໄສວິສາຫະກິດຫວຽດນາມ-ຍີ່ປຸ່ນໃນກະສິກຳ - ảnh 1
(ພາບປະກອບ)

​​(vovworld) – “ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ, ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ກະສິກຳ​ຮອບດ້ານ ​ແລະ ໝັ້ນ​ຄົງ” ​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ກະສິກຳ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ຖືກ​ດຳ​ເດ​ີນ​ໃນ​ຕອນ​ບ່າຍ​ວັນ​ທີ 12/08 ຢູ່​ຮ່າ​ໂນ້ຍ. ທີ່​ເວທີ​ປາ​ໄສ, ບັນດາ​ວິ​ສາ​ຫະກິດ​ອັນ​ດັບ​ໜຶ່ງ​ຂອງຫວຽດນາມ ​ແລະ ຍີ່ປຸ່ນ ພ້ອມ​ກັນ​ແລກປ່ຽນ​ກ່ຽວ​ກັບ​ກາລະ​ໂອ​ກາດ​ຮ່ວມ​ມື​ລົງທຶນ, ກໍ​ຄື​​ແບ່ງປັນ​ຄວາມ​ສະ​ມາດ​ ​ແລະ ທ່າ​ແທງ​ກະສິກຳ​ຂອງ​ທ້ອງ​ຖິ່ນ​ຕ່າງໆ. ​ເນື້ອ​ໃນ​ຕົ້ນຕໍ່​ທີ່​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ແມ່ນ​ການ​ມອບ​ສົ່ງ ​ແລະ ນ​ຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃນ​ຂະ​ແໜງ​ກະສິກຳ, ການ​ຜະລິດ ຜະລິດ​ຕະພັນ​ກະ​ເສດທີ່ມີ​ຄຸນ​ນະພາ​ບ​ເພື່ອ​ສົ່ງ​ອອກ​ຕະຫຼາດ​ຍີ່ປຸ່ນ. ທ່ານ ຫງວຽນ​ວັນ​ເຕີນ, ຮອງ​ຜູ້ອຳນວຍການ​ໃຫຍ່ ບໍລິສັດ​ສິນ​ໃນ​ນ້ຳ ຫວຽດນາມ ​ຍົກ​ຄຳ​ເຫັນ​ວ່າ.

        “ຄວາມ​ຮຽກຮ້ອງ​ດ້ານ​ຄຸນ​ນະພາ​ບຂອງ​ຕະຫຼາດ​ຍີ່ປຸ່ນ ​ແມ່ນ​ສູງກວ່າ ​ເມື່ອ​ທຽບ​ໃສ່​ບັນດາ​ຕະຫຼາດ​ອື່ນ, ມີ​​ຜະລິດ​ຕະພັນ​ບາງ​ປະ​ເພດ ​ເມື່ອ​ສົ່ງ​ອອກຕ້ອງ​ມີ​ຕົ້ນ​ກຳ​ເນີ​ດ, ​ເຂດ​ລ້ຽງ ກໍ​ຄື​ເຕັກ​ໂນ​ໂລ​ຊີ​ໃນ​ການ​ປຸງ​ແຕ່ງ. ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ທາງ​ດ້ານ​ກົນ​​ໄກ​ນະ​​ໂຍບາຍ​ຂອງ​ລັດ, ວິ​ສາ​ຫະກິດ​ເຊື່ອ​ໝັ້ນ​ວ່າ​ຈະ​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ ​ເພື່ອ​ສຳ​ພັດ​ກັບ​ຕະຫຼາດ​ຍີ່​ປຸ່ນ, ຍ້ອນ​ນີ້​ແມ່ນ​ຕະຫຼາດ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ຕົ້ນ​ຕໍ່​ໃນ​ໄລຍະ​ຈະ​ມາ​ເຖິງ.”

        ສ່ວນທ່ານ​ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ ​ເລກ໋ວກ​​ແຢນ ​ໃຫ​້ຮູ້​ວ່າ.

        “ກະຊວງ​ກະສິກຳ ​ແລະ ພັດທະນາຊົນ​ນະ​ບົດ ພວມ​ສ້າງ​ດຳລັດ​ກ່ຽວ​ກັບ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ, ຊົນ​ນະ​ບົດ. ນີ້​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ບັນດາ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຊຸກຍູ້​ການ​ພັດທະນາ​ກະສິກຳ​ຫວຽດນາມ. ດ້ວຍ​ບັນດາ​ບົດຮຽນ​ທີ່​ມີ​ຢູ່​ແລ້ວ​ຂອງ​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ ​ແລະ ຄວາມປາດ​ຖະໜາ​ຢາກ​ຮ່ວມ​ມື​ລົງທຶນ, ພວກ​ເຮົາ​ຈະ​ຊອກ​ໄດ້​ຫູານຈຸດ​ລວມ, ​ເສີມ​ຂະຫຍາຍ​ທ່າ​ແຮງ ​ແລະ ສະດວກ ​​ເພື່ອ​ແນ​ໃສ່ເພີ່ມທະ​ວີ​ການ​ຮ່ວມ​ມື​ເພື່ອ​ພາລະກິດ ​ແລະ ຜົນ​ປະ​ໂຫຍ​ດລວມຂອງ 2 ປະ​ເທດ.”

ຂ່າວ/ບົດ​ອື່ນ