ເວ​ທີ​ປາ​ໄສ​ສາ​ກົນ ກ່ຽວ​ກັບ​ພະ​ລາ​ທິ​ການ ສ.ເກົາຫຼີ - ອາ​ຊຽນ

(VOVWORLD) - ວັນທີ 22 ກັນຍາ, ກອງທັບ ສ.ເກົາຫຼີ ໄດ້ຈັດເວທີປາໄສພະລາທິການການທະຫານ ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ທີ່ມາຈາກອາຊຽນ, ອົດສະຕາລີ, ອິນເດຍ, ມານດິບ, ຕວັກກີ ແລະ  ສະຫະລັດ ອາຣັບ ເອມີເລ (UAE) ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາຝ່າຍ.

ທ່ານ Son Dae-kwon ພົນຈັດຕະວາ ຜູ້ຊ່ວຍວຽກເສນາທິການໃຫຍ່ ກອງທັບ ສ.ເກົາຫຼີ ເປັນປະທານເຫດການທີ່ມີຊື່ວ່າ ເວທີປາໄສສາກົນ ກ່ຽວກັບດ້ານພະລາທິການ ສ.ເກົາຫຼີ - ອາຊຽນ+ (KAIF) ນີ້. ເຂົ້າຮ່ວມເວທີປາໄສສາກົນ ມີເຈົ້າໜ້າທີ່ການຕ່າງປະເທດ 36 ທ່ານ ທີ່ມາຈາກ 13 ປະເທດ, ໃນນັ້ນ  8 ປະເທດ ອາຊຽນ.

ໃນແຈ້ງການສື່ມວນຊົນ, ກອງທັບສ.ເກົາຫຼີ ໄດ້ຊີ້ແຈ້ງວ່າ ເວທີປາໄສປີນີ້ ໄດ້ສຸມໃສ່ເຂົ້າໃນການເພີ່ມທະວີການພົວພັນລະຫວ່າງບັນດາປະເທດເຂົ້າຮ່ວມ, ແນະນຳບັນດາລະບົບໜູນຊວ່ຍການທະຫານຂອງສ.ເກົາຫຼີ ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການສົ່ງອອກ ສິນຄ້າປະເພດພະລາທິການຕ່າງໆ. ບັນດາຝ່າຍເຂົ້າຮ່ວມກໍ່ແບ່ງປັນບົດຮຽນປະສົບການໃນການຮັບມືກັບບັນດາຄວາມສ່ຽງນາບຂູ່ປອດການທະຫານຄື ພະຍາດໂຄວິດ - 19 ແລະ ໄພທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ