ເວທີປາໄສເສດຖະກິດຫວຽດນາມ-ຕາເວັນອອກກາງ-ອາຟຼິກາເຫນືອ

ເວທີປາໄສເສດຖະກິດຫວຽດນາມ-ຕາເວັນອອກກາງ-ອາຟຼິກາເຫນືອ - ảnh 1
ການປະຊຸມຂ່າວກ່ຽວກັບເວທີປາໄສເສດຖະກິດ
ຫວຽດນາມ-ຕາເວັນອອກກາງ-ອາຟຼິກາເຫນືອ
ພາບ:chinhphu.vn

vovworld)-​ເວທີ​ປາ​ໄສ​ດັ່ງກ່າວ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຕາ​ເວັນ​ອອກ​ກາງ-​ອາ​ຟຼິກາ​ເຫນືອ​ຈະດຳ​ເນີນ​ໄປ​ໃນ​ວັນ​ທີ 4-5/11 ຈະ​ມາ​ເຖິງ​ຢູ່​ຮ່າ​ໂນ້ຍ. ນີ້​ເປັນຄັ້ງ​ທຳ​ອິດ​ຈັດ​ຂຶ້ນເຫດການທີ່​ມີ​ຂອບ​ຂະຫນາດ​ໃຫຍ່​ ​ກ່ຽວ​ກັບ​ການ​ຊຸກຍູ້ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​​ເຂດ​ຕາ​ເວັນ​ອອກ​ກາງ-​ອາ​ຟຼິກາ​ເຫນືອ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສອງ​ຝ່າຍ​ແລກປ່ຽນ​ໂດຍ​ກົງ​ກ່ຽວ​ກັບ​ການ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື ​ແລະ ສະ​ເຫ​ນີບັນດາ​ມາດ​ຕະການ​ລະອຽດ ​ໃນ​ການ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່​ມຊ້ອນ​ການ​ຮ່ວມ​ມື ​ແລະ ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ສອງ​ຝ່າຍ. ທ່ານ​ນາງຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຫງວຽນ​ທິ​ເຟືອງ​ງາ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ຂົງ​ເຂດ​ຊື່​ງສອງ​ຝ່າຍ​ມີ​ທ່າ​ແຮງ.

        “​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ເຮົາ​ມີ​ຂົງ​ເຂດ​ຈຸດ​ສຸມ​ຈຳ​ນວນ​ຫນຶ່ງ​ຕ້ອງ​ບຸລິມະສິດ​ເພື່ອ​ຍົກ​ສູງ​ປະສິດ​ທິຜົນ​ການ​ຮ່ວມ​ມື ​ແລະ ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຄື​: ດ້ານ​ການ​ຄ້າ, ພະລັງງານ, ການ​ລົງທຶນ, ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ແຮງ​ງານ ​ແລະ ກະສິກຳ. ນອກ​ນັ້ນ ຍັງ​ມີ​ບັນດາ​ຂົງ​ເຂດ​ຄື: ການ​ສຶກສາ, ສາທາລະນະ​ສຸກ, ການ​ທ່ອງ​ທ່ຽວ ກໍ​ຄວນ​​ໄດ້​ຮັບ​ການ​ຊຸກຍູ້​ໃນ​ໄລຍະ​ຈະ​ມາ​ເຖິງ.”

ຂ່າວ/ບົດ​ອື່ນ