ເວທີປາໄສແກ້ໄຂສິ່ງຄ້າງຄາໃນການຮ່ວມມືພາກລັດ - ເອກະຊົນ

(VOVWORLD) - ເວທີປາໄສແກ້ໄຂສິ່ງຄ້າງຄາໃນການຮ່ວມມືພາກລັດ - ເອກະຊົນ ໄດ້ດຳເນີນໃນຕອນເຊົ້າວັນທີ 11 ຕຸລາ ຢູ່ນະຄອນ ຕາມກີ ໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ສົມທົບກັບແຂວງ ກວາງນາມ ຈັດຕັ້ງຂຶ້ນ. 
ເວທີປາໄສແກ້ໄຂສິ່ງຄ້າງຄາໃນການຮ່ວມມືພາກລັດ - ເອກະຊົນ - ảnh 1ທ່ານ ດັ້ງຮຸຍດົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ 

ນີ້ແມ່ນເວທີປາໄສສົນທະນາກ່ຽວກັບການຮ່ວມມືລົງທຶນຕາມຮູບແບບພາກລັດ - ເອກະຊົນຂັ້ນທ້ອງຖິ່ນທຳອິດໃນທົ່ວປະເທດ. ເລື່ອງຈັດຕັ້ງເວທີປາໄສດັ່ງກ່າວ ຊ່ວຍໃຫ້ບັນດາວິສາຫະກິດໄດ້ພົບປະ, ສົນທະນາກັບບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ອຳ ນາດການປົກຄອງທ້ອງຖິ່ນຕ່າງໆ, ແກ້ໄຂຄວາມຫຍຸ້ງຍາກສຳລັບວິສາຫະກິດ ກໍ່ຄືອຳນາດການປົກຄອງທ້ອງຖິ່ນໃຫ້ທັນການ. ທ່ານ ດັ້ງຮຸຍດົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຖືວ່າ:

        “ຄວາມສຳເລັດຂອງຮູບແບບການຮ່ວມມືພາກລັດ - ເອກະຊົນ ບໍ່ພຽງແຕ່ຢຸດຢູ່ໃນດ້ານນະໂຍບາຍເທົ່ານັ້ນ ຫາກກ່ອນອື່ນໝົດ ແມ່ນຄວາມຕັດສິນໃຈ, ລັກສະນະເປັນເຈົ້າການໃນການປະຕິບັດຂອງແຕ່ລະອົງການສຳນັກງານ, ແຕ່ລະທ້ອງຖິ່ນອີກດ້ວຍ. ດ້ວຍຈິດໃຈລັດຖະບານສ້າງສັນ ແລະ ມີການກະທຳ, ເວທີປາໄສໃນມື້ນີ້ ແມ່ນຄວາມມະນາພະຍາຍາມເປັນໜ້າສົ່ງເສີມຂອງແຂວງ ກວາງນາມ ໃນການຊຸກຍູ້ຮູບແບບ PPP ຂອງທ້ອງຖິ່ນເວົ້າສະເພາະ ແລະ ໃນທົ່ວປະເທດເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ