ເວທີປາໄສແມ່ນ້ຳຂອງຊອກຫາບັນດາມາດຕະການພັດທະນາທ່ອງທ່ຽວແບບຍືນຍົງ

ເວທີປາໄສແມ່ນ້ຳຂອງຊອກຫາບັນດາມາດຕະການພັດທະນາທ່ອງທ່ຽວແບບຍືນຍົງ - ảnh 1
ແມ່ນ້ຳຂອງຕອນໄຫຼຂ້າມລາວ
(ພາບ:thousandwonders)


(vovworld) – ​ “ສັບປະດາ​ເວທີ​ປາ​ໄສ​ແມ່​ນ້ຳຂອງ​ຊອກ​ຫາ​ບັນດາ​ມາດ​ຕະການ ​ເພື່ອ​ພັດທະນາ​ທ່ອງ​ທ່ຽວ​​ແບບ​ຍືນ​ຍົງ” ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 15/6, ຢູ່​ນະຄອນ ດ່າ​ນັ້ງ. ຈຸດປະສົງ​ຂອງ​ເວທີ​ປາ​ໄສ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ຊອກ​ຫາ​ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ​ທີ່​ສຸດ ​ເພື່ອ​ພັດທະນາ ​ແລະ ຊຸກຍູ້ການ​ທ່ອງ​ທ່ຽວ​ຢ່າງໝັ້ນຄົງໃນ​ອະນຸ​ພາ​ກພື້ນ​ແມ່​ນ້ຳຂອງເປີດ​ກ້ວາງ (GMS)-ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​​ແຫ່ງ​ດຽວມີ​ລະດັບ​ພັດທະນາ​ໄວ​ທີ່​ສຸດ​ຢູ່​ພາກ​ພື້ນ ອາຊີ ​ແລະ ປາຊີ​ຟິກ. ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ປີ​ 2015 ສຸມ​ໃສ່​​ການ​ສ້າງ​ບັນດາ​ການ​ພົວພັນ​ຄູ່​ຮ່ວມ​ມື ​ເພື່ອ​ຂຸດ​ຄົ້ນ​ຄວາ​ມສາມາດ​ບົ່ມ​ຊ້ອນ​​ພັດທະນາ GMS ​ໃຫ້ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວພິ​ເສດ​ຕ່າງຫາກ. ອະນຸ​ພາ​ກພື້ນ GMS ລວມມີ:​ ກຳປູ​ເຈຍ, ​ແຂວງ ຢູນໜານ ​ແລະ ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ເຜົ່າ​ຈວາງກວາງສີ ຂອງ ຈີນ, ລາວ, ມຽນມາ, ​ໄທ ​ແລະ ຫວຽດ​ນາມ.

        ​ເວທີ​ປາ​ໄສ​ດັ່ງກ່າວ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຍົກ​ສູງ​ການ​ຊຸກຍູ້​ບັນດາ​ມາດ​ຕະການ​​ແກ້​ໄຂ​ທີ່ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ ດ້ານ​ສິ່ງ​ແວດ​ລ້ອມ, ສັງຄົມ ​ແລະ ​ເສດຖະກິດ​ຂອງ​ທ່ອງ​ທ່ຽວ. ​ໃນ​ລະຫວ່າງ​ວັນ​ທີ 15-19/6, ບັນດາ​ຜູ້​ແທນ​ທີ່ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ໄດ້​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ ກ່ຽວ​ກັບ​ການທ່ອງທ່ຽວຢູ່​ຕາມ​ເຂດ​ອາຫານ​ການ​ກິນ, ການທ່ອງທ່ຽວຄົ້ນ​ຫາ, ການທ່ອງທ່ຽວຢູ່​ຕາມ​ເຂດ​ຊຸມ​ຊົນ….

ເນື່ອງ​ໃນ​ໂອ​ກາດນີ້, ຕອນ​ບ່າຍ​ວັນ​ທີ 15/6 ຢູ່ ນະ​ຄອນ ດາ​ຫນັງ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ “ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ​ເປັນ​ຢ່າງ​ດີ” ໂດຍ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ​ຈັດ​ຂຶ້ນ. ບັນ​ດາ​ຄຳ​ເຫັນ​ທີ​່ກອງ​ປະ​ຊຸມ​ສຳ​ມະ​ນາ ໄດ້​ຢືນ​ຢັນ: ການ​ທ່ອງ​ທ່ຽວອ​ະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ພວມ​ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຕົນ​ຜ່ານ​ການ​ເຕີບ​ໂຕ​ກ່ຽວ​ກັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ, ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ ແລະ ພື້ນ​ຖານ​ໂຄງ​ລ່າງ. ປີ 2014, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ມາ​ຢ້ຽມ​ຢາມ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ​ບັນ​ລຸ​ເກືອບ 54 ລ້ານ​ເທື່ອ​ຄົນ, ກວມ​ປະ​ມານ 20% ຈຳ​ນ​ວນ​ແຂກ​ທ່ອງ​ທ່ຽວ​ເຖິງ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ. ສະ​ນັ້ນ ເພື່ອ​ເສີ​ມ​ຂະ​ຫຍາຍ​ພາບ​ພົດ​ຈຸດ​ນັດ​ພົບ​ດູດ​ດື່ມ​ໃນ​ແຜນ​ທີ່​ທ່ອງ​ທ່ຽວ​ໂລກ, ບັນ​ດາ​ຜູ້​ແທນ​ຖື​ວ່າ ຂະ​ແຫນງ​ທ່ອງ​ທ່ຽວ 6 ປະ​ເທດ​ໃນ​ພາກ​ພື້ນ ຄວນ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ບໍ​ລິ​ການ, ເພີ່ມ​ກຳ​ລັງ​ແກ້ງ​ແຍ້ງ, ພັດ​ທະ​ນາ ແລະ ເຊື່ອມ​ຕໍ່​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ.

 

 

ຂ່າວ/ບົດ​ອື່ນ