ເວເນຊູເອລາແລະລັດເຊຍເພີ່ມທະວີການຮ່ວມມືດ້ານນ້ຳມັນອາຍແກສ

ເວເນຊູເອລາແລະລັດເຊຍເພີ່ມທະວີການຮ່ວມມືດ້ານນ້ຳມັນອາຍແກສ - ảnh 1
ປະ​ທານກ​ຸ່ມ​ບໍ​ລິ​ສັດ PDVSA Rafael Ramirez (​ເສື້ອ​ສີ​ຂາວ) ​ແລະ
ປະ​ທານ Rosneft Igor Sechin
 (ພາບ: AFP/TTXVN)

(vovworld) –  ​​ວັນ​ທີ 27/5, ໃນ​ການ​ຕ້ອນ​ຮັບ​ປະ​ທານ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ Rosneft ຂອງ​ລັດ​ເຊຍ Igor Sechin ຢູ່​ນະ​ຄອນຫຼວງ ກາ​ຣາ​ກາກ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວ​ເນ​ຊູ​ເອ​ລາ Diosdado Cabello ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ນ້ຳ​ມັນ​ອາຍ​ແກ​ສ. ທ່ານ Cabello ໃຫ້​ຮູ້​ວ່າ: ເວ​ເນ​ຊູ​ເອ​ລາ ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ສຳ​ຄັນ​ໃນ​ການ​ສຳຫຼວດ ແລະ ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກ​ສ ຜ່ານ​ບັນ​ດາ​ໂຄງ​ການ​ລົງ​ທຶນ ແລະ ແລກ​ປ່ຽນ​ເຕັກ​ໂນ​ໂລ​ຢີ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ກັບ ລັດ​ເຊຍ. ທ່ານກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຊອກ​ຫາ​ກົນ​ໄກ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ຜະ​ລິດ​ນ້ຳ​ມັນ​ບໍ່​ເພື່ອ​​ຮັບ​ປະ​ກັນ​ລາ​ຄ​າ​ເຊື້ອ​ເພິງ​ເປັນ​ປົກ​ກະ​ຕິ.

        ສ່ວນ​ທ່ານ Sechin ຊົມ​ເຊີຍ​ເລື່ອງ​ລັດ​ຖະ​ບານ ເວ​ເນ​ຊ​ູ​ເອ​ລາ ໄດ້​ຫັກ​ ເງິນ​ສ່ວນ​ໜຶ່ງ​ຈາກ​ການຂາຍ​ນ້ຳ​ມັນ​ເພື່ອ​ລົງ​ທຶ​ນ​ໃຫ້​ແກ່​ການ​ສຶກ​ສາ, ກໍ່​ສ້າງ​ເຮືອນ​ຢູ່, ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ ແລະ ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ຊີ​ວິດ​ສັງ​ຄົມ​ອື່ນໆ​ອີກ. ທ່ານກໍ່​ຢັ້ງ​ຢືນ​ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວ​ນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ພ​ົວ​ພັນ 2 ຝ່າຍ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ