ເສດຖະກິດຫວຽດນາມ ກັບຄືນສູ່ປົກກະຕິ

ເສດຖະກິດຫວຽດນາມ ກັບຄືນສູ່ປົກກະຕິ - ảnh 1
(ພາບປະກອບ)

(vovworld) - ຕາມ​ບົດ​ລາຍ​ງານ​ຂອງ​ກອງທຶນ​ເງິນຕາ​ສາກົນ (IMF) ​​ໃນ​ທ້າຍ​ອາທິດ​ຜ່ານ​ມາ ​ໂດຍ​ໃຫ້​ຮູ້​ວ່າ, ​ເສດຖະກິດ​ມະຫາ​ພາກ​ຂອງ​ຫວຽດນາມ ພວມ​ຮັບ​ການ​ຟື້ນ​ຟູ​ເປັນ​ປົກກະຕິ​ໃນປີຜ່ານມາ, ​ເຖິງ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຄວາມ​ສ່ຽງ​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ. ຕາມ IMF ​ແລ້ວ, ຂົງ​ເຂດ​ສົ່ງ​ອອກ​ຂອງ​ຫວຽດນາມ ມີ​ສັນຍານ​ດີ, ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ມີ​ເງິນ​ລົງ​ທຶນຂອງ​ຕ່າງປະ​ເທດ. ​​ແຕ່​ວ່າ, ບັນດາ​ບໍລິສັດ​ພາຍ​ໃນ​ປະ​ເທດ​ຍັງ​ບໍ່​ທັນ​ຊອກ​ຫາ​ໄດ້​ທີ່​ຕັ້ງ​ຢ່າງ​ໝັ້ນຄົງ ​ເຖິງ​ວ່າ​ພວມ​ໄດ້​ຮັບ​ການ​ປົວ​ແປງ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ໜັງ​ສື່​ພິມ “Wall Street Journal” ຂອງ​ອາ​ເມ​ລິ​ກາ ກໍ່​ລົງ​ພິມ​ບົດ​ຂຽນ​ດ້ວຍ​ຂໍ້​ສັງ​ເກດ​​ເຊັ່ງ​ດຽວ​ກັນ. ບົດ​ຂຽນ​ໃຫ້​ຮູ້​ວ່າ ​ໄດ້​ມີ​ບັນດາ​ສັນຍານ​ຊີ້​ໃຫ້​ເຫັນວ່າ ຫວຽດນາມ ​ສາມາດແກ້​ໄຂ​ໄດ້​ບາງ​ບັນຫາ​ໃນ​ເສດຖະກິດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ໃນ​ໄລຍະ​ທີ່​ບັນດາ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນສ່ວນ​ຫຼາ​ຍ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາ​ກ ​ຍ້ອນ​ການ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ​ຂອງ​​ເສດຖະກິດຈີນ. ກໍ່ຕາມ​ບົດ​ຂຽນ​ແລ້ວ, ຍອດ​ຈຳນວນ​ຜະລິດ​ຕະພັນ​ພາຍ​ໃນ (GDP) ຂອງ​ຫວຽດນາມ ​ເພີ່ມ​ຂຶ້ນ 5% ​ໃນ​ໄຕ​ມາດ​ທີ 2 ປີ 2013, ສູງ​ກວ່າ 0,2% ​ແມ່ນ​ທຽບ​ໃສ່​ປີ 2012. ບັນດາ​ຜູ້​ຊ່ຽວຊານ​ຄາດ​ຄະ​ເນ​ວ່າ ລະດັບ​ເຕີບ​ໂຕ​ຂອງ​ຫວຽດນາມ ຈະ​ບັນລຸ​ລະດັບ 5,5% ​ໃນ​ປີ 2013, ສູງ​ພໍ​ສົມຄວນ​ເມື່ອ​ທຽບ​ໃສ່​ລະດັບ 5,03% ຂອງ​ປີ 2012.
ຂ່າວ/ບົດ​ອື່ນ