ເສດຖະກິດຫວຽດນາມໃນໄຕມາດທີ 1 ມີທ່າອ່ຽງດີຂຶ້ນ

ເສດຖະກິດຫວຽດນາມໃນໄຕມາດທີ 1 ມີທ່າອ່ຽງດີຂຶ້ນ - ảnh 1
ພາບປະກອບ

(vovworld) - ຕາມ​ບົດ​ລາຍ​ງານ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ທີ່​ກອງປະຊຸມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖິ່ນ​ແລ້ວ, ບັນດາ​ດັດ​ຊະນີ​ເສດຖະກິດ​ມະຫາ​ພາກ​ໃນ​ເດືອນ 3 ຄື: ດັດຊະ​ນີລາຄາ​ໃຊ້​ສອຍ (ຫຼື CPI) ​ເພີ່ມ​ຂຶ້ນ​ໃນ​ລະດັບ​ຕ່ຳ​ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າມີ​ສັນຍານ​ທີ່​ດີ​ກ່ຽວ​ກັບ​ໄພ​ເງິນ​ເຟີ້​ມີ​ທ່າ​ອ່ຽງຫຼຸດ​ລົງ. ການ​ສົ່ງອອກ​ເພີ່ມ​ຂຶ້ນ​ດີ​ພໍ​ສົມຄວນ ​ແລະ ​ໄດ້​ຖື​ວ່າ​ແມ່ນ​ຈຸດ​ພົ້ນ​ເດັ່ນໃນ​ສະພາບ​ເສດຖະກິດ​ໄຕ​ມາດທີ່ 1 ດ້ວຍ​ຍອດ​ວົງ​ເງິນ​ສົ່ງ​ອອກ​ຄາດ​ວ່າບັນລຸ​​ເກືອບ 24,5 ຕື້ USD, ​ເພີ່ມ​ຂຶ້ນ 23,6% ​ເມືອ​ທຽບ​ໃສ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ການ​ນຳ​ເຂົ້າ​ເກີນ​ດຸນ, ຄາດ​ວ່າ​ໃນ​ 3 ​ເດືອນ​ຕົ້ນ​ປີບັນລຸ 251 ລ້ານ USD, ກວມ 1% ວົງ​ເງິນ​ສົ່ງ​ອອກ. ນີ້​ແມ່ນ​ປັດ​ໄຈ​ສຳຄັນ​ໃນ​ການສ້າງ​ຄວາມ​ດຸ່ນດ່ຽງ​ດ້ານ ​ເງິນຕາ​ຕ່າງປະ​ເທດ ​ແລະ ຮັກສາອັດຕາ​ແລກປ່ຽນ​ເປັນ​ປົກກະຕິ​ແຕ່ມັນ​ກໍ​ໄດ້​ສ່ອງ​​ແສງ​ໃຫ້​ເຫັນ​ສະພາບ​ການ​ຜະລິດ ​ແລະ ການ​ລົງທຶນ​ໃນ​ທົ່ວ​ປະ​ເທດ​ຖືກ​ຜົນ​ກະທົບ​ບໍ່​ດີ ​ຍ້ອນ​ສະພາບ​ຄວາມ​ຫຍຸ້ງຍາກດ້ານເສດຖະກິດ​​ໂລກ. ຕາມ​ກະຊວງ​ແຜນ​ການ ​ແລ​ະ ການ​ລົງທຶນ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ທ້ອງ​ຖິ່ນ​ຄວນ​ສືບ​ຕໍ່​ຊຸກຍູ້​ອຸດສາຫະກຳ​ພັດທະນາ, ພິ​ເສດ​ແມ່ນ​ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດໜູນ​ຊ່ວຍ​ບັນດາ​ວິສາ​ຫະກິດ​ຈຳໜ່າຍ​ຜະລິດ​ຕະພັນ, ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​​ສົ່ງ​ເສີມ​ດ້ານການ​ຄ້າ​.​..​

 

ຂ່າວ/ບົດ​ອື່ນ