ເສີມຂະຫຍາຍກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນໃນສະພາບການໃໝ່

ເສີມຂະຫຍາຍກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນໃນສະພາບການໃໝ່ - ảnh 1
ການ​ໂອ້​ລົ​ມສົນທະນາ​ດ້ວຍ​ຫົວ​ຂໍ້ “​ເສີມ​ຂະຫຍາຍ​ກຳລັງ​ແຮງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ໃນ​ສະພາ​ບການ​ໃໝ່”
(ພາບ: Phương Hoa/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 15/9, ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູ​ນກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ໜັງສືພິມ ​ເຍີນ​ເຢີ​ນ - ສຽງ​ຂອງພັກ​ກອມ​ມູນິດ ຫວຽດນາມ ​ໄດ້ສົມທົບ​ກັນ​ຈັດ​ຕັ້ງ​ການ​ໂອ້​ລົ​ມສົນທະນາ​ດ້ວຍ​ຫົວ​ຂໍ້ “​ເສີມ​ຂະຫຍາຍ​ກຳລັງ​ແຮງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ໃນ​ສະພາ​ບການ​ໃໝ່”. ບັນດາ​ບົດ​ທາບທາມ​ຄວາ​ມ​ເຫັນ​ອີກ​​ເທື່ອ​ໜຶ່ງ​ໄດ້​ຢັ້ງຢືນ​ວ່າ ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ແມ່ນ​ມູນ​​ເຊື້ອອັນ​ລ້ຳ​ຄ່າ​ຂອງ​ພັກ ​ແລະ ປະຊາຊົນ​ທີ່​ໄດ້​ສືບ​ທອດ​ໃຫ້​ຊາວ ຫວຽດນາມ ຫຼາຍ​ລຸ້ນຄົນ. ລະບົບ​ແນວ​ໂຮມ ​ແລະ ບັນດາ​ອົງການ​ສະມາຊິກ​ໄດ້​ຜັນ​ຂະຫຍາຍ​ບັ້ນ​ຂົນຂວາຍ, ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ​ຄັ້ງ​ຕ່າງໆ​ທີ່​ມີ​ຄວາມ​ໝາຍ​ແທດ​ຈິງ, ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ຕັ້ງໜ້າຈາກປະຊາຊົນ​ທຸກ​ຊັ້ນ​ວັນນະ. ທ່ານ ​ເຈີ່ນ​ເຮົ້າ, ອະດີດ​ຫົວໜ້າ​ບັນນາທິການວາລະສານ​ແນວ​ໂຮມ, ຖື​ວ່າ:  

    “ດ້ວຍ​ບັນດາ​ວຽກ​ງານ​ລະອຽດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ອາດ​ຈະ​ປະກອບສ່ວນ​​ເພີ່ມ​ທະວີ​ຄວາມ​ສາມັກຄີ​ທົ່ວປວງ​ຊົນ​ໃນ​ສະພາບ​ການ​ໃໝ່​ຕ້ອງ​ໄດ້​ຮັບ​ການ​ຕິດຕາມ​ກວດກາ​ໃນ​ທຸກ​ດ້ານ. ຕ້ອງ​ປ່ຽນ​ໃໝ່​ສະຕິ​ຄວາມ​ຮັບຮູ້​ກ່ຽວ​ກັບ​ທີ່​ຕັ້ງ​ບົດບາດ​ຂອງ​ແນວ​​ໂຮມ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ອົງການ​ໂຄສະນາ, ​ເຜີຍ​ແຜ່, ຂົນຂວາຍ​ຂະ​ບວນການ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາ​ສັງຄົມ, ບົດບາດຕົ້ນ​ຕໍ່​ແມ່ນ​ດ້ວຍ​ການ​ສັງ​ເກດ​ຕີ​ລາຄາສັງຄົມ​ເພື່ອ​ຈຸດໝາຍ​ລວມຂອງ​ຊາດ.”

 


ຂ່າວ/ບົດ​ອື່ນ