ເສີ​ມ​ຂະ​ຫຍາຍ​ຄວາມ​ຮັບ​ຜິດ​ຊອບ​ເປັນ​ແບບ​ຢ່າງ​ໃນ​ກຳ​ລັງ​ຕຳຫຼວດ ປ​ຊ​ຊ

(VOVWORLD) -ທ່ານວໍ້ວັນເຖືອງ, ຜູ້ປະຈຳຄະນະເລຂາສູນກາງພັກ ສະເໜີໃຫ້ຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດ ຈົ່ງສືບຕໍ່ຄົ້ນຄ້ວາ, ເຊື່ອມຊືມມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ.
ເສີ​ມ​ຂະ​ຫຍາຍ​ຄວາມ​ຮັບ​ຜິດ​ຊອບ​ເປັນ​ແບບ​ຢ່າງ​ໃນ​ກຳ​ລັງ​ຕຳຫຼວດ ປ​ຊ​ຊ - ảnh 1ທ່ານວໍ້ວັນເຖືອງ, ຜູ້ປະຈຳຄະນະເລຂາສູນກາງພັກ ກ່າວຄຳເຫັນຊີ້ນຳກອງປະຊຸມ

    ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ຈັດກອງປະຊຸມທາງອອນລາຍ ສະຫລຸບ 5 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ; 3 ປີແຫ່ງການປະຕິບັດຄຳສັ່ງເລກທີ 04 ຂອງ ກະຊວງຕຳຫຼວດ ແລະ 4 ປີແຫ່ງການປະຕິບັດບັ້ນຂົນຂວາຍ “ສ້າງບຸກຄະລິກຜູ້ເປັນຕຳຫຼວດ ປຊຊ ທີ່ມີຄຸນນະທາດ, ມະນຸດສະທຳ, ຮັບໃຊ້ ປຊຊ”.

   ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານວໍ້ວັນເຖືອງ, ຜູ້ປະຈຳຄະນະເລຂາສູນກາງພັກ ສະເໜີໃຫ້ຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດ ຈົ່ງສືບຕໍ່ຄົ້ນຄ້ວາ, ເຊື່ອມຊືມມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ, ຄຳສັ່ງເລກທີ 05 ແລະ ຂໍ້ສະຫລຸບຂອງກົມການເມືອງ ກ່ຽວກັບການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບວິທີ ໂຮ່ຈີມິນ ໃນໄລຍະຈະມາເຖິງ. ໃນນັ້ນ, ຖືເປັນສຳຄັນ 3 ເນື້ອໃນສຳຄັນແມ່ນ ຮ່ຳຮຽນ ແລະ ປະຕິບັດຕາມປະທານໂຮ່ຈີມິນ, ຍົກແບບຢ່າງຂອງພະ

ນັກງານ, ສະມາຊິກພັກ. ພ້ອມກັນນັ້ນຈະສືບຕໍ່ຄົ້ນຄ້ວາ ຮ່ຳຮຽນ, ຊາບຊືມແນວຄິດໂຮ່ຈີມິນ ຢ່າງເລິກເຊິ່ງ ແລະ ຄຳສັ່ງສອນຕຳຫຼວດ ປຊຊ 6 ຂໍ້ຂອງເພີ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ