ເສີມຂະຫຍາຍຈິດໃຈເອກະລາດ,ເປັນເຈົ້າຕົນເອງ,ຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະໃນບັ້ນຮົບ ດ້ຽນບຽນຝູ

(VOVWORLD) -ວັນທີ 07 ພຶດສະພາ, ແມ່ນວັນສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (07 ພຶດສະພາ 1954 – 07 ພຶດສະພາ 2019).

ເສີມຂະຫຍາຍຈິດໃຈເອກະລາດ,ເປັນເຈົ້າຕົນເອງ,ຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະໃນບັ້ນຮົບ ດ້ຽນບຽນຝູ - ảnh 1 ທະຫານແກ່ປືນໃຫຍ່ຂຶ້ນພູ

(ພາບເອກະສານ)

 ເນື່ອງໃນໂອກາດນີ້, ທ່ານ ຫງວຽນຊວນຝູກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ “ເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະໃນບັ້ນຮົບ ດ້ຽນບຽນຝູ, ປະຕິບັດພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຢ່າງມີໄຊ”. ບົດຂຽນໄດ້ຢືນຢັນວ່າ: ໄຊຊະນະ ດ້ຽນບຽນຝູ “ດັງກ້ອງກັງວານໄປທົ່ວ 5 ທະວີບ, ເຮັດໃຫ້ທົ່ວໂລກສັ່ນສະເທື່ອນ” ແມ່ນໝາກຜົນຂອງການຊີ້ນຳນຳພາຢ່າງຖືກຕ້ອງ ແລະ ຄວາມເກັ່ງກ້າສາມາດຂອງພັກ ແລະ ປະທານໂຮ່ຈິມິນ; ແມ່ນການເຕົ້າໂຮມຍອດຍິ່ງແຫ່ງຄວາມຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະຂອງທົ່ວປວງຊົນ, ທົ່ວກອງທັບບົນເສັ້ນທາງຕໍ່ສູ້, ປະຕິບັດຄວາມມຸ່ງມາດປາດຖະໜາກ່ຽວກັບສັນຕິພາບ, ເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. 65 ປີໄດ້ຜ່ານພົ້ນໄປແລ້ວ, ແຕ່ຄວາມໝາຍ ແລະ ບົດຮຽນປະຫວັດສາດຂອງໄຊຊະນະນັ້ນຍັງດັງກ້ອງກັງວານຕະຫຼອດໄປ, ແມ່ນກຳລັງໜູນ ແລະ ເພີ່ມກຳລັງແຮງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບບົນເສັ້ນທາງແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາ, ສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມ.

        ເນື່ອງໃນໂອກາດນີ້, ໜັງສືພິມເຍີນເຍິນ (ສຽງຂອງສູນກາງພັກກອມມູນິດຫວຽດນາມ)  ໄດ້ລົງພິມບົດທີ່ພາກຫົວຂໍ້: ດ້ຽນບຽນຝູ - ການສູ້ຮົບເພື່ອສ້າງສັນຕິພາບ. ບົດໜັງສືພິມຢັ້ງຢືນວ່າ: ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ພວມວາງອອກບັນດາໜ້າທີ່ໃໝ່, ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບສືບຕໍ່ມານະພະຍາຍາມເພື່ອສ້າງສາປະເທດຊາດໃຫ້ພັດທະນາແບບຍືນຍົງ, ຍາມໃດກໍ່ສາມາດປະເຊີນກັບທຸກໄພນາບຂູ່ຈາກພາຍນອກເພື່ອຍາດເອົາໄຊຊະນະ. ໃນສະພາບການນັ້ນ, “ຈິດໃຈ ດ້ຽນບຽນຝູ” ຍັງຮັກສາຄຸນຄ່າເໝືອນເດີມ, ຍັງແມ່ນປັດໄຈສຳຄັນເພື່ອປະກອບສ່ວນປັບປຸງ, ພັດທະນາຄວາມເອກອ້າງທະນົງໃຈຂອງຊາດໃນຍຸກສະໄໝໃໝ່.

        ໃນໂອກາດນີ້, ໜັງສືພິມກວນໂດ້ຍເຍີນເຍິນ (ສຽງຂອງກອງທັບປະຊາຊົນ) ກໍໄດ້ລົງບົດນຳດ້ວຍຫົວຂໍ້ວ່າ “ບັນຍາກາດ ດ້ຽນບຽນຝູ ແລະ ບັນດາຄຸນຄ່າສຳລັບພາລະກິດແຫ່ງການປ່ຽນແປງໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ