ເສີມຂະ​ຫຍາຍ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຕໍ່​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນໃຫ້ຮູ້ວ່າ ການພັດທະນາໄວ ແລະ ຍືນຍົງ ແມ່ນໜ້າທີ່ຈຸດສຸມ, ແມ່ນເປົ້າໝາຍໃນ ນະໂຍບາຍພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມທັງໝົດ.
ເສີມຂະ​ຫຍາຍ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຕໍ່​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານຫວູຫ໋າຍຮ່າ ຫົວໜ້າກຳມາທິການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 6 ເມສາ, ກອງປະຊຸມ “ບົດບາດຂອງສະພາແຫ່ງຊາດຕໍ່ເປົ້າໝາຍພັດທະນາແບບຍືນຍົງ” ໄດ້ຈັດຕັ້ງຕາມຮູບແບບໂດຍກົງສົມທົບທາງໄກ. ກອງປະຊຸມໂດຍກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ຫວຽດນາມ ສົມທົບກັບຄະນະກຳມະການເສດຖະກິດສັງຄົມພາກພື້ນ ອາຊີ - ປາຊີຟິກ, ໂຄງການພັດທະນາຂອງ ສປຊ ແລະ ສະຫະພັນລັດຖະສະພາໂລກພ້ອມກັນຈັດຕັ້ງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນໃຫ້ຮູ້ວ່າ ການພັດທະນາໄວ ແລະ ຍືນຍົງ ແມ່ນໜ້າທີ່ຈຸດສຸມ, ແມ່ນເປົ້າໝາຍໃນ ນະໂຍບາຍພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມທັງໝົດ. ໃນວິວັດການປະຕິບັດໜ້າທີ່ນີ້, ສະພາແຫ່ງຊາດ ຫວຽດນາມ ມີບົດບາດສຳຄັນໃນການກໍ່ສ້າງ, ປັບປຸງລະບອບລະບຽບການໃຫ້ສົມບູນແບບເພື່ອພັດທະນາເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ ແລະ ສິ່ງແວດລ້ອມແບບຍືນຍົງ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ, ປຸກລຸກທຸກຄວາມສາມາດບົ່ມຊ້ອນ ແລະ ແຫຼ່ງກຳລັງ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາປະເທດຊາດໂດຍໄວ ແລະ ຍືນຍົງ.

ເຂົ້າຮ່ວມກອງປະຊຸມ, ທ່ານເລຂາທິການໃຫຍ່ ສະຫະພັນລັດຖະສະພາໂລກ (IPU) Martin Chungong ຢັ້ງຢືນວ່າ ບັນດາລັດຖະສະພາສວມບົດບາດສຳຄັນໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ. ໃນສະພາບການປັດຈຸບັນຮຽກຮ້ອງໃຫ້ບັນດາລັດຖະສະພາສ້າງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພາຍໃນປະເທດ ແລະ ຄຳໝັ້ນສັນຍາສາກົນ, ເຊື່ອມຕໍ່ກັບບັນດາເປົ້າໝາຍພັດທະນາແບບຍືນຍົງ, ຄວາມສະເໝີພາບໃຫ້ແກ່ບັນດາເປົ້າໝາຍ, ເປັນຕົ້ນແມ່ນກຸ່ມເປົ້າໝາຍພິເສດ ແລະ ຜູ້ມີຄວາມສ່ຽງສູງກ່ວາໝູ່.

ຕອບກັບ

ຂ່າວ/ບົດ​ອື່ນ