ເສີມຂະຫຍາຍບົດບາດຂະຫຍັນຂັນເຄື່ອນກ່ຽວກັບການຜະລິດ ແລະ ສົ່ງອອກສິນໃນນ້ຳຂອງພາກພພື້ນອາຊຽນ

ເສີມຂະຫຍາຍບົດບາດຂະຫຍັນຂັນເຄື່ອນກ່ຽວກັບການຜະລິດ ແລະ ສົ່ງອອກສິນໃນນ້ຳຂອງພາກພພື້ນອາຊຽນ - ảnh 1
(ພາບປະກອບ)

(vovworld) – ຕອນບ່າຍວັນທີ 12/12, ຢູ່ຮ່າໂນ້ຍ, ສະຫະພັນສິນໃນນ້ຳອາຊຽນ (ASF) ໄດ້ສະເໜີຕໍ່​ຜູ້​ອ່ານເວັບໄຊ www.aseanseafood.org, ນີ້ໄດ້ຮັບຖືວ່າແມ່ນຊ່ອງຂໍ້ມູນໃຫ້ ບັນດາວິສາຫະກິດ, ບັນດາສະຫະສະມາຄົມ ແລະ ອົງການເສດຖະກິດອື່ນໆ ໃນຂະແໜງສິນໃນນ້ຳຢູ່ພາກພື້ນອາຊຽນ ແລະ ກະກຽມໃຫ້ການສ້າງຕັ້ງປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ​ໃນ​ປີ 2015. ທ່ານ ຫງວຽນ​ຮິ​ວຢຸງ, ປະທານ​ສະຫະພັນສິນ​ໃນ​ນ້ຳ​ອາ​ຊຽນ ​ໃຫ້​ຮູ້​ວ່າ. ​ເວັບ​ໄຊ​ຈະ​ເປັນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ບັນດາ​ສະມາຊິກ ASF ​ແບ່ງປັນ​ຂ້ໍ​ມູນ​ຂ່າວ​ສານໃນ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ​ໃນ​ຕະຫຼາດ, ປະກອບສ່ວນ​ສ້າງ​ໃຫ້​ມີ​ສຽງ​ເວົ້າ​ລວມລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ສິນ​ໃນ​ນ້ຳ​ພາກ​ພື້ນ​ອາ​ຊຽນ ​ໃນ​ອະນາຄົດ, ທ່ານ ຫງວຽນ​ຮິ​ວຢຸງ ກ່າວ​ວ່າ.

        “ອາ​ຊຽນ ​ແມ່ນ​ພາກ​ພື້ນ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ໃນ​ໂລກ ກ່ຽວ​ກັບ​ການ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ. ​ເວັບ​ໄຊ​ດັ່ງກ່າວ ຈະ​ຊ່ວຍ​ມີ​ຂໍ້​ມູນ​ຂ່າວສານກ່ຽວ​ກັບ​ການ​ຜະລິດ, ການ​ຄ້າ​ສິນ​ໃນ​ນ້ຳຂອງ​ທົ່ວ​ທັງກຸ່ມ​ອາ​ຊຽນ ​ແລະ ບັນດາ​ຕະຫຼາດ​ຈະ​ເຊື່ອມ​ຕໍ່ຢ່າງ​ໄວ​ກວ່າ, ມີ​ຈຸດ​ສຸມ​ກວ່າ ​ແລະ ມີ​ຄວາມ​ຊັດ​ເຈນ​ດ້ານຂໍ້​ມູນ. ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຈະ​ມີແຫຼ່ງຂໍ້​ມູນ​ໃນ​ທົ່ວ​​ໂລກ​ເຕີມ​ອີກ ​ເພື່ອ​ສາມາດ​ເລືອກ​ເຟັ້ນ​ໃຫ້ການ​ຜະລິດ ​ແລະ ສົ່ງ​ອອກ​ເປັນ​ຢ່າງ​ດີກ​ວ່າ. ​ເວັບ​ໄຊ​ດັ່ງກ່າວ ອາດ​ຈະ​ແມ່ນ​ເຄື່ອງມື​ເພື່ອ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ນຳ​ສະ​ເໜີ​ວິທີ​ການ​ປະພຶດ​ໃນ​ປະຊາ​ຄົມ ​ໃນ​ບັນດາ​ການ​ຮ້ອງ​ຟ້ອງ​ຕ້ານ​ການ​ຂາຍ​ບຸບລາຄາ​ສິນ​ໃນ​ນ້ຳ”.

ຂ່າວ/ບົດ​ອື່ນ