ເສີມຂະຫຍາຍບົດບາດບັນດາສ່ວນບຸກຄົນໃຫ້ມີອິດທິພົນຊື່ສຽງໃນວຽກງານຂົນຂວາຍປະຊາຊົນບັນດາເຜົ່າ

ເສີມຂະຫຍາຍບົດບາດບັນດາສ່ວນບຸກຄົນໃຫ້ມີອິດທິພົນຊື່ສຽງໃນວຽກງານຂົນຂວາຍປະຊາຊົນບັນດາເຜົ່າ - ảnh 1
(ທ່ານ​ ຫງວຽນ​ທ້ຽນ​ເຍີນ ກ່າວ​ຄຳ​ເຫັນທີ່ການ​ໂອ້​ລົມ​ສົນ​ທະ​ນາ)

(vovworld) - ວັນ​ທີ 13/09, ຢູ່​ນະ​ຄອນ​ເກີນ​ເທີ, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ​ນະ​ຄອນ​ເກີນ​ເທີ, ໄດ້​ຈັດຕັ້ງ “ການ​ໂອ້​ລົມ​ສົນ​ທະ​ນາ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຜູ້​ດີ​ເດັ່ນ​ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຂດຕາ​ເວັນ​ຕົກ​ພາກ​ໃຕ້ ໃນ​ການ​ເຕົ້າ​ໂຮມ, ກໍ່​ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ”. ກ່າວ​ຄຳ​ເຫັນ​ທີ່ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ.

        “ຜ່ານກອງ​ປະ​ຊຸມ​ໃນ​ມື້ນີ້, ບັນ​ດາ​ຜູ້​ດີ​ເດັ່ນ​​ເປ​ັນ​ຕົວ​ແທນ​ໃຫ​້​ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍຢູ່ເຂດຕາ​ເວັນ​ຕົກ​ພາກ​ໃຕ້, ໄດ້​ແລ​ກ​ປ່ຽນ ແລະ ຮັບຟັງ​ຄຳ​ເຫັນຕົວ​ຈິງ, ຖອດ​ຖອນ​ໄດ້​ບົດ​ຮຽນ​ທີ່​ດີ, ບັນ​ດາ​ຮູບ​ແບບ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​​ປະ​ຊາຊົນ​​ບັນ​ດາເຜົ່າ​​ຢູ່​ເຂດໂຮມ​ຊົນ​ເຜົ່າ​ ແລະ ເຂດ​ມີ​ຊາວເຜົ່າ​​ສ່ວນໜ້ອຍ. ຫວັງ​ວ່າ, ພາຍ​ຫຼັງ​ກອງ​ປະ​ຊຸມນີ້, ບັນ​ດາ​ຜູ້​ທີ່​ເຂົ້າ​ຮ່ວມ​ຈະ​ເຫັນ​ວ່າ​ຕົນ​ເອງ​ມີ​ບົດ​ຮຽນ​ຫຼາຍກວ່າ ແລະ ຕັດ​ສິນ​ໃຈ​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງປະ​ຊາ​ຊົນ​​ບັນ​ດາ​ເຜົ່າ, ໃຫ້​ແກ່​ພາ​ລະ​ກິດ​ສ້າງກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຫຼາຍກວ່າ​ອີກ”.

ຂ່າວ/ບົດ​ອື່ນ