ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນໃນພາລະກິດແຫ່ງການປ່ຽນແປງໃໝ່ປະເທດຊາດ

(VOVWORLD) -ອົງການຈັດຕັ້ງໃນລະບົບການເມືອງຄວນສ້າງເງື່ອນໄຂໃຫ້ແກ່ປະຊາຊົນເຂົ້າຮ່ວມວິວັດການຕັດສິນນະໂຍບາຍ, ເພີ່ມທະວີບົດບາດຕິດຕາມກວດກາສູງສຸດໃນການປະຕິບັດບັນດານະໂຍບາຍ, ກົດໝາຍ ແລະ ແກ້ໄຂຂໍ້ສະເໜີແນະຂອງປະຊາຊົນຢ່າງກວ້າງຂວາງກວ່າ
ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນໃນພາລະກິດແຫ່ງການປ່ຽນແປງໃໝ່ປະເທດຊາດ - ảnh 1ກອງປະຊຸມປະກອບຄຳເຫັນ
(ພາບ: TTXVN)

ຕອນບ່າຍວັນທີ 26 ມີນາ, ທີ່ກອງປະຊຸມປະກອບຄຳເຫັນໃສ່ໂຄງການການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກ່ຽວກັບວຽກງານຂົນຂວາຍປະຊາຊົນ, ເຊິ່ງດຳເນີນຢູ່ຮ່າໂນ້ຍ, ບັນດາຜູ້ແທນໄດ້ສະເໜີຄວນເພີ່ມທະວີການຫັນວຽກງານຂົນຂວາຍປະຊາຊົນເປັນດີຈີຕອນ.

        ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ, ອົງການຈັດຕັ້ງໃນລະບົບການເມືອງຄວນສ້າງເງື່ອນໄຂໃຫ້ແກ່ປະຊາຊົນເຂົ້າຮ່ວມວິວັດການຕັດສິນນະໂຍບາຍ, ເພີ່ມທະວີບົດບາດຕິດຕາມກວດກາສູງສຸດໃນການປະຕິບັດບັນດານະໂຍບາຍ, ກົດໝາຍ ແລະ ແກ້ໄຂຂໍ້ສະເໜີແນະຂອງປະຊາຊົນຢ່າງກວ້າງຂວາງກວ່າ. ເພື່ອເພີ່ມທະວີວຽກງານກຳແໜ້ນສະພາບການ, ຄວາມມຸ່ງມາດປາດຖະໜາ, ຄວາມໃນໃຈຂອງປະຊາຊົນໃນໂຄງການເຄື່ອນໄຫວກ່ຽວກັບວຽງານຂົນຂວາຍປະຊາຊົນ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ຢືນຢັນວ່າ:

        “ສຳລັບຄະນະພະນັກງານພັກ, ລັດຖະບານ, ອຳນາດການປົກຄອງປະຕິບັດວຽກງານຂົນຂວາຍປະຊາຊົນ, ຂ້າພະເຈົ້າສະເໜີໃຫ້ເພີ່ມເຕີມການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ລັດຖະບານ, ອຳນາດການປົກຄອງທຸກຂັ້ນ ຕ້ອງມຸ່ງໄປເຖິງພື້ນຖານບໍລິຫານຮັບໃຊ້ປະຊາຊົນ, ປະຊາທິປະໄຕ, ອຳນາດນິຕິບັນຍັດເປັນມື້ອາຊີບ, ທັນສະໄໝ, ປອດໃສ, ໝັ້ນຂົງເຂັ້ມແຂງ, ເປີດເຜີຍຈະແຈ້ງ.  ສຳລັບພັກ, ຄະນະແນວໂຮມປະເທດຊາດ, ອົງການຈັດຕັ້ງການເມືອງ-ສັງຄົມ ຕ້ອງຕິດພັນຢ່າງຖືກຕ້ອງກັບພາລະບົດບາດຂອງຕົນ. ຕ້ອງເຮັດທັງ 3 ຈຸດແມ່ນຜູ້ຕາງໜ້າ, ເຕົ້າໂຮມຊຸມຊົນ ແລະ ແມ່ນຂົວເຊື່ອມຕໍ່ລະຫວ່າງພັກ ແລະ ປະຊາຊົນ”.

ຕອບກັບ

ຂ່າວ/ບົດ​ອື່ນ