ເສີມ​ຂະ​ຫຍາຍ​ພື້​ນ​ຖານ​ດີ​ຈີ​ຕອນ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ທາງ​ການ​ທູດ

(VOVWORLD) -ວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດການໂອ້ລົມສົນທະນາ “ຜັນຂະຫຍາຍການທູດດີຈີຕອນຂອງ ຫວຽດນາມ: ບັນດາບັນຫາໄດ້ວາງອອກ ແລະ ສົ່ງເສີມ”. 
ເສີມ​ຂະ​ຫຍາຍ​ພື້​ນ​ຖານ​ດີ​ຈີ​ຕອນ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ທາງ​ການ​ທູດ - ảnh 1ການໂອ້ລົມສົນທະນາ “ຜັນຂະຫຍາຍການທູດດີຈີຕອນຂອງ ຫວຽດນາມ: ບັນດາບັນຫາໄດ້ວາງອອກ ແລະ ສົ່ງເສີມ” (ພາບ: Baoquocte)

ຢູ່ການໂອ້ລົມສົນທະນາ, ບັນດາທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປຊ, ສະຫະພາບເອີລົບ, ອາເມລິກາ, ຝລັ່ງ, ອັງກິດ, ອິນເດຍ, ອົດສະຕາລີ, ສິງກະໂປ…ໄດ້ແບ່ງປັນນະໂຍບາຍ, ປະສົບການ ແລະ ພຶດຕິກຳຕົວຈິງ ໃນການຜັນຂະຫຍາຍວຽກງານການທູດດີຈີຕອນຢູ່ທ້ອງຖິ່ນ. ຜູ້ຕາງໜ້າກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ແນະນຳບັນດາຍຸດທະສາດພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ບັນດາຜົນສຳເລັດ ຂອງຫວຽດນາມໃນການສ້າງລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ, ລວມມີເລື່ອງນຳການເຄື່ອນໄຫວຂອງປະຊາຊົນ ແລະ ວິສາຫະກິດໃນພື້ນຖານດີຈີຕອນ. ບັນດານັກປະຖະກະຖາມີຂໍ້ສະເໜີແນະຫຼາຍຢ່າງເພື່ອເສີມຂະຫຍາຍພື້ນຖານດີຈີຕອນໃນວຽກງານທາງການທູດ, ລວມມີການລົງທຶນແຫຼ່ງກຳລັງ, ປັບປຸງພື້ນຖານໂຄງລ່າງ; ເພີ່ມທະວີການສະໜອງການບໍລິການພາກລັດ ໃຫ້ແກ່ປະຊາຊົນບົນພື້ນຖານດີຈີຕອນ, ບຳລຸງສ້າງຖັນແຖວນັກການທູດທີ່ນຳໃຊ້ເຕັກໂນໂລຢີເປັນຢ່າງດີ ແລະ ປະຕິບັດລະບົບຂອບກົດໝາຍໃຫ້ສຳເລັດຜົນເພື່ອຜັນຂະຫຍາຍການທູດດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ