ເສົາຄ້ຳໝັ້ນຄົງເພື່ອຊຸກຍູ້ ການຮ່ວມມືລະຫວ່າງ ຫວຽດນາມ - ແບນຊິກ ຢ່າງຮອບດ້ານ

ເສົາຄ້ຳໝັ້ນຄົງເພື່ອຊຸກຍູ້ ການຮ່ວມມືລະຫວ່າງ ຫວຽດນາມ - ແບນຊິກ ຢ່າງຮອບດ້ານ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ແລະ
ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ Jose Manuel Durao Barroso
(ພາບ: VGP)

(vovworld) – ​​ໃນ​ຂອບ​ເຂດ​ລາຍການ​ຢ້ຽມຢາມ​ສະຫະພາບ​ເອີ​ລົບ (EU) ຢ່າງ​ເປັນ​ທາງ​ການ, ຄໍ່າ​ຄືນ​ວັນ​ທີ 13/10 (ຕາມ​ເວລາ​ຫວຽດນາມ), ຢູ່​ສຳນັກງານ​ຄະນະກຳ​ມະການ​ເອີ​ລົບ ທີ່​ບຣຸກ​ແຊນ, ປະ​ເທດ​​ແບນ​ຊິກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ Jose Manuel Durao Barroso ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ ​ແລະ EU. ການ​ນຳ 2 ທ່ານ​ໄດ້​ສະ​ແດງ​ຄວາມ​​ເພິງ​ພໍ​ໃຈ​ຕໍ່​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຕັ້ງໜ້າ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - EU ​ໃນ​ໄລຍະ​ຜ່ານ​ມາ, ​ໂດຍ​ສະ​ເພາະ​ແມ່ນ​ເລື່ອງ EU ກາຍ​ເປັນ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ. ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ - EU, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ທີ່​ກອງ​ປະຊຸມ​ຂ່າວ​ພາຍຫຼັງ​ການ​ເຈລະຈາ.

        “ທ່ານ​ປະ​ທານ EC Jose Manuel Durao Barroso  ​ແລະ ຂ້າພະ​ເຈົ້າ​ພ້ອມ​ກັນ​ຕີ​ລາຄາ​ວ່າ ນີ້​ແມ່ນ​ສັນຍາ​ສຳຄັນ, ສາມາດ​ຊ່ວຍ​ໃຫ້​ທັງ 2 ຝ່າຍ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ເສດຖະກິດ​ຄື​ໃນ​ປະຈຸ​ບັນ ​ແລະ ​ໃນ​ອະນາຄົດ. ພວກ​ຂ້າພະ​ເຈົ້າ​ໄດ້​ເຫັນ​ດີ​ສຳ​ເລັດ​ການ​ເຈລະຈາ ​ເພື່ອ​ສາມ​າດລົງ​ນາມ​​ໃນ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - EU ​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ ດ້ວຍ​ຈຸດໝາຍ​ບັນລຸ​ໄດ້​ສັນຍາ​ຂະໜາດ​​ໃຫຍ່​, ​ໃນ​ນັ້ນ​​ຄິດ​ໄລ່​ເຖິງ​ຄວາມ​ຜິດ​​ໂຕນກ່ຽວ​ກັບລະດັບ​ການ​ພັດທະນາ ​ແລະ ສະຫງວນ​ການເຄື່ອນ​ໄຫວ​ຢ່າງ​ມິ​ໄຫວ​ພິບໃຫ້​ແກ່​ຫວຽດນາມ”.

        ສິ້ນ​ສຸດ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢຸງ ​ແລະ ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ Jose Manuel Durao Barroso ​ໄດ້​ເປັນ​ສັກຂີ​ພິຍານ ພິທີ​ລົງ​ນາມ​ບ້ວງ​ເງິນ​ອຸປະຖຳ​ທີ່​ມີ​ມູນ​ຄ່າ 400 ລ້ານ EUR ຂອງ​ຄະນະ​ກຳມະການ​ເອີ​ລົບ ​ທີ່​ສະຫງວນໃຫ້​ແກ່​ຫວຽດນາມ ​ໄລຍະ 2014 – 2020 ​ແລະ ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ກຳນົດ​ທິດ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ສະຫະພາບ​ເອີ​ລົບ.

        ​ແລະ​ກໍ່​ໃນ​ຄໍ່າ​ຄືນ​ວັນ​ດຽວ​ກັນ (ຕາມ​ເວລາ​ຫວຽດນາມ), ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy. ທ່ານ​ປະທານ​ສະພາ​ເອີ​ລົບ ຢືນຢັນ​ຫຼັກ​ໝັ້ນ​ຂອງ EU ​ແມ່ນສະ​ໜັບ​ສະ​ໜູນ​ການ​​​ແກ້​ໄຂ​ການ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ.

ເສົາຄ້ຳໝັ້ນຄົງເພື່ອຊຸກຍູ້ ການຮ່ວມມືລະຫວ່າງ ຫວຽດນາມ - ແບນຊິກ ຢ່າງຮອບດ້ານ - ảnh 2
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພົບ​ປະ​ກັບ
ທ່ານ​ນາງ​ Sabine De Bethune ​ແລະ ທ່ານ​ນາງ Francoise Schepmans)


     ທີ່​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ​ປະທານສະພາສູງ​ແບນ​ຊິກ Sabine De Bethune ​ແລະ ທ່ານ​ນາງຮອງ​ປະທານ​ສະພາ​ຕໍ່າ​ແບນ​ຊິກ Francoise Schepmans. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ກາ​ນນຳ​ລັດຖະສະພາ​ແບນ​ຊິກ 2 ທ່ານ ​ໄດ້​​ເປັນ​ເອກະ​ພາບວ່າ 2 ປະ​ເທດຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ ​ແລະ ​ໃນທຸກ​ຂັ້ນ; ຍູ້​ແຮງ​ການ​ຮ່ວມ​ມື​ພັດທະນາ ​ແລະ ​ເພີ່ມ​ທະວີ​ການ​ແລກປ່ຽນ​ການ​ຄ້າ, ການ​ລົງທຶນ 2 ຝ່າຍ.

  ​ແລະ​ກໍ່​ໃນ​ວັນ​ດຽວກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໄປຢ້ຽມຢາມສຳນັກງານ​ບໍລິຫານນະຄອນບຣຸກ​ແຊນ. ​ເຈົ້າ​ຄອງ​​ນະຄອນບຣຸກ​ແຊນ Ivan Mayeur ຢືນຢັນພ້ອມ​ແລ້ວ​ທີ່​ຈະ​ປະກອບສ່ວນ​ຫຼາຍ​ກວ່າ​ອີກເຂົ້າ​ໃນ​ການ​ຮ່ວມ​ມື​ ລະຫວ່າງ​ຫວຽດນາມ - ​ແບນ​ຊິກ, ກໍ​ຄື​ການ​ພົວພັນ​ລະຫວ່າງ​ຫວຽດນາມ - EU.

     ຮຸ່ງ​ເຊົ້າ​ວັນ​ທີ 14/10 (ຕາມ​ເວລາ​ຫວຽດນາມ), ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ວ່າການ​ປະຊາ​ຄົມ​ຊາວ​ແບນ​ຊິກ ​ເວົ້າ​ພາສາ​ຝລັ່ງ Rudy Demotte ​ແລະ ທ່ານ​ປະທານ​ລັດຖະສະພາ​ປະຊາ​ຄົມ​ຊາວ​ແບນ​ຊິກ​ ​ເວົ້າ​ພາສາ​ຝລັ່ງ Jean Charles Luperto. ທ່ານ​ປະທານ​ລັດຖະສະພາ​ປະຊາ​ຄົມ​ຊາວ​ແບນ​ຊິກ​ ​ເວົ້າ​ພາສາ​ຝລັ່ງ Jean Charles Luperto ຖື​ວ່າ, 2 ຝ່າຍ​ສາມາດ​ເປີດ​ກວ້າງ​ການ​ຮ່ວມ​ມື​​ໃນບັນດາ​ຂົງ​ເຂດ​ທີ່​ເປັນ​ມູນ​ເຊື້ອ​ຄື​ ວັດ​ທະນະ​ທຳ, ສອນ​ພາສາ​ຝລັ່ງ ​​ແລະ ​ບັນດາ​ຂົງ​ເຂດ​ໃໝ່​ຄື ການ​ຮ່ວມ​ມືລະຫວ່າງ​ບັນດາ​ມະຫາວິທະຍ​ໄລ, ຮ່ວມ​ມື​ບຳລຸງສ້າງ​ວິຊາ​ຊີບ…

ຂ່າວ/ບົດ​ອື່ນ