ເຫດການຍິງປືນຢູ່ນະຄອນຫຼວງ Nairobi, ເຮັດໃຫ້ ຢ່າງໜ້ອຍສຸດຜູ້ເສຍຊີວິດ 20 ຄົນ

ເຫດການຍິງປືນຢູ່ນະຄອນຫຼວງ Nairobi, ເຮັດໃຫ້ ຢ່າງໜ້ອຍສຸດຜູ້ເສຍຊີວິດ 20 ຄົນ - ảnh 1
ຕຳຫຼວດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເຖິງບ່ອນ​ເກີດ​ເຫດ
(ພາບ: Guardian)


(vovworld) - ວັນ​ທີ 21 ກັນຍາ, ມື​ປືນ​ຜູ້​ໜຶ່ງ​ໃສ່​ໜ້າ​ກາກ​ໄດ້​ບຸກ​ໂຈມ​ຕີ​ສູນ​ການຄ້າ Wesgate, ​​ເຊິ່ງ​ແມ່ນສູນ​ການຄ້າ​ໃຫຍ່​ສຸດ​ຢູ່​ນະຄອນຫຼວງ Nairobi ຂອງ Kenya ​ແລະ ຍິງປືນ​ໃສ່​ບັນດາ​ພາລະ​ກອນ ​ແລະ ຜູ້​ຂ້າ​ຍ​ເຄື່ອງ ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດມີ 20 ຄົນ​ເສຍ​ຊີວິດ ​ແລະ ບາງ​ຄົນ​ຖືກ​ບາດ​ເຈັບ. ​ເຫດ​ບຸກ​ໂຈມ​ຕີ​ໄດ້​ກໍ່​ຄວາມກະວົນກະວາຍຢູ່​ສູນ​ການ​ຄ້າ​ຊັ້ນ 4. ຕຳຫຼວດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເຖິງບ່ອນ​ເກີດ​ເຫດເພື່ອ​ຍົບພະຍົບຄົນ​ຢູ່​ໃນ​ສູນ​ການ​ຄ້ານີ້​ອອກ. ​ແລະ ກໍ່​ໃນ​ວັນ​ດຽວ​ກັນ, ກຸ່ມ​ທະຫານ​ກະບົດ Shebab ຢູ່ ​ໂຊ​ມາ​ລີ ທີ່ມີ​ການ​ພົວພັນ​ກັບ​ເຄື່ອຂ່າຍ​ກໍ່​ການ​ຮ້າຍ Al Qaeda ​ໄດ້​ອອກສຽງ​ຮັບຜິດຊອບ​ຕໍ່​ເຫດ​ບຸກ​ໂຈມ​ຕີດັ່ງກ່າວ ​ແລະ ຢືນຢັນ​ວ່າ ​ເຫດການ​ດັ່ງກ່າວ​​ເພື່ອ​ແນ​ໃສ່​​ແກ້​ແຄ້ນ​ການ​ແຊກ​ແຊງດ້ານ​ການ​ທະຫານ​ຂອງ Kenya ​​​ໃສ່ໂຊ​ມາ​ລີ.

ຂ່າວ/ບົດ​ອື່ນ