ເຫດບຸກໂຈມຕີຢູ່ນອກສຳນັກງານສະພາແຫ່ງຊາດອັງກິດເຮັດໃຫ້ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ

ເຫດບຸກໂຈມຕີຢູ່ນອກສຳນັກງານສະພາແຫ່ງຊາດອັງກິດເຮັດໃຫ້ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1
ເຫດ​ບຸກ​ໂຈມ​ຕີ​ຢູ່​ນອກ​ສຳນັກງານ​ສະພາ​ແຫ່ງ​ຊາດ​ທີ່ວັງ
Westminster ຢູ່​ນະຄອນຫລວງ ລອນ​ດອນ
(ພາບ: EPA/ TTXVN)

(vovworld) - ມີຢ່າງ​ໜ້ອຍ​ສຸດ​ 3 ຄົນ​ເສຍ​ຊີວິດ ​ແລະ 40 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດ​ບຸກ​ໂຈມ​ຕີ​ຢູ່​ນອກ​ສຳນັກງານ​ສະພາ​ແຫ່ງ​ຊາດ​ທີ່ວັງ Westminster ຢູ່​ນະຄອນຫລວງ ລອນ​ດອນ ​ໃນ​ຕອນ​ບ່າຍ​ວັນ​ທີ 22/03 ​ເຊິ່ງຕຳຫລວດ​ປະ​ເທດ​ນີ້​ເອີ້ນ​ວ່າ​ແມ່ນ​ເຫດການ​ກໍ່​ການ​ຮ້າຍ. ທ່ານ Mark Rowley ຜູ້​ຊ່ວຍ​ວຽກ, ກຳມະການ​ຮັບຜິດຊອບ​ການ​ກໍ່​ການ​ຮ້າຍ​ຂຶ້ນ​ກັບ​ກຳລັງ​ຕຳຫລວດ​ນະຄອນຫລວງ​ໃຫ້​ຮູ້​ວ່າ: ພວມ​ປະຕິບັ​​ດການ​ສືບສວນສອບ​ສວນ​ການ​​ກໍ່​ການ​ຮ້າຍ​ຢ່າງຮອບດ້ານ​ ​ເພື່ອ​ເຮັດ​ແຈ້ງ​ສາຍ​ເຫດ​ການ​ເຫດ​ບຸກ​ໂຈມ​ຕີ. ທ່ານ​ນາງ​ນາຍົກລັດຖະມົນຕີ ອັງກິດ Theresa May ​​​ໄດ້ເເປັນ​ປະທານ​ກອງ​ປະຊຸມ​ດ່ວນ​ພາຍຫລັງ​ເ​ກີດເຫດການ​ດັ່ງ​ກ່າວ ​ແລະ ຢືນຢັນ​ວ່າ: ນີ້​ແມ່ນ​ການ​ບຸກ​ໂຈມຕີ​ເລັ່ງ​ໃສ່​ໃຈກາງ​ຂອງ​ນະຄອນຫລວງ ລອນ​ດອນ. ທ່ານ​ນາງນາຍົກ​ລັດຖະມົນຕີ Theresa May ກໍ່​ເນັ້ນ​ໜັກ​ວ່າ ທຸກ​ກົນ​ອຸບາຍທີ່​ທຳລາຍ​ຄຸນຄ່າ​ຂອງ​ປະ​ເທດ ອັງກິດ ​ໂດຍ​ຜ່ານ​ພວກຫົວ​ຮຸນ​ແຮງ ​ແລະ ກໍ່​ການ​ຮ້າຍ​ລ້ວນ​ແຕ່ຈະ​ຖືກ​ປະລາ​ໄຊ. ທ່ານ​ນາ​ງ Theresa May ​ໄດ້​ແບ່ງ​ເບົາ​ຄວາມ​ສູນ​ເສຍ​ກັບ​ຄອບຄົວ, ​ເພື່ອນ​ມິດ​ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ການ​ບຸກ​ໂຈມ​ຕີ, ພ້ອມ​ທັງ ຕີ​ລາຄາ​ສູງ​ການ​ໂຕ້​ຕອບ​ຢ່າງ​ວ່ອງ​ໄວ​ຂອງ​ກຳລັງ​ຕຳຫລວດພາຍຫລັງ​ເກີດ​ເຫດການ​ດັ່ງກ່າວ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ