ເຫດລະເບີດຢູ່ ລີບັງ ເຮັດໃຫ້ຊາວຫວຽດນາມ 1 ຄົນຖືກຮັບບາດເຈັບ

(VOVWORLD) -ມີຊາວຫວຽດນາມ ປະມານ 50 ຄົນພວມດຳລົງຊີວິດຢູ່ ລີບັງ, ສ່ວນຫຼາຍແມ່ນຢູ່ນະຄອນຫຼວງ Beirut.

ເຫດລະເບີດຢູ່ ລີບັງ ເຮັດໃຫ້ຊາວຫວຽດນາມ 1 ຄົນຖືກຮັບບາດເຈັບ - ảnh 1 ເຫດລະເບີດຂະໜາດໃຫຍ່ຢູ່ ລີບັງ

(ພາບ: Skynews)

ພາຍຫຼັງເກີດເຫດລະເບີດຂະໜາດໃຫຍ່ຢູ່ ລີບັງ ວັນທີ 04 ສິງຫາ, ທ່ານ ເຈິ່ນແທ່ງກົງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ, ທັງຮັບຮັບຜິດຊອບວຽກງານການທູດຢູ່ ລີບັງ ໃຫ້ຮູ້ວ່າ, ມີຊາວຫວຽດນາມ ປະມານ 50 ຄົນພວມດຳລົງຊີວິດຢູ່ ລີບັງ, ສ່ວນຫຼາຍແມ່ນຢູ່ນະຄອນຫຼວງ Beirut. ພາຍຫຼັງເກີດເຫດລະເບີດ, ສະຖານທູດໄດ້ຕິດຕໍ່ກັບລັດຖະບານ, ກະຊວງການຕ່າງປະເທດ ລີບັງ ແລະ ສະຖານກົງສູນກິຕິມະສັກຂອງຫວຽດນາມ ປະຈຳ ລີບັງ ເພື່ອຊອກຮູ້ກ່ຽວກັບສະພາບຕົວຈິງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ທີ່ນີ້. ມາຮອດຈຸດເວລານີ້, ປະຊາຄົມຊາວຫວຽດນາມ ອາໄສຢູ່ທີ່ນີ້ບໍ່ໄດ້ເສຍຫາຍຫຼາຍທາງດ້ານວັດຖຸ, ແຕ່ມີພົນລະເມືອງຫວຽດນາມ ຄົນໜຶ່ງເປັນຜູ້ຊ່ວຍວຽກບ້ານໃຫ້ຄອບຄົວໜຶ່ງຢູ່ນະຄອນຫຼວງ Beirut ຖືກແຂນຫັກຍ້ອນຜົນສະທ້ອນຈາກເຫດລະເບີດ. ປະຈຸບັນ, ອາການສຸຂະພາບລາວນີ້ເປັນປົກກະຕິແລ້ວ ແລະ ໄດ້ຮັບການເບິ່ງແຍງດູແລເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ