ເຫດລະເບີດຢູ່ໃຈກາງນະຄອນຫຼວງປາຣີກ່ຽວຂ້ອງເຖິງບັນຫາອາຍແກັດຮົ່ວ

(VOVWORLD) -ອົງການໄອຍະການປາຣີ ໃຫ້ຮູ້ວ່າ, ເຫດລະເບີດຢູ່ຮ້ານຂາຍເຂົ້າໜົມຕັ້ງຢູ່ຖະໜົນ Trevise (ເມືອງ 9) ໃນວັນທີ 12 ມັງກອນ, ໄດ້ເຮັດໃຫ້ 3 ຄົນເສີຍຊີວິດ ແລະ ຢ່າງໜ້ອຍສຸດມີ 47 ຄົນຮັບບາດເຈັບ, ໃນນັ້ນມີ 10 ຄົນຖືກຮັບບາດເຈັບສາຫັດ.

ເຫດລະເບີດຢູ່ໃຈກາງນະຄອນຫຼວງປາຣີກ່ຽວຂ້ອງເຖິງບັນຫາອາຍແກັດຮົ່ວ - ảnh 1

 ເຫດລະເບີດຢູ່ໃຈກາງນະຄອນຫຼວງປາຣີກ່ຽວຂ້ອງເຖິງບັນຫາອາຍແກັດຮົ່ວ

ພາບ: Reuters

ເຫດລະເບີດດັ່ງກ່າວກໍ່ເຮັດໃຫ້ຕຶກອາຄານຖືກເປ່ເພ ແລະ ວັດຖຸເຄື່ອງຂອງໃນເຂດຊຸມຊົນຢູ່ອ້ອມຂ້າງຖືກເສຍຫາຍ.

        ມີການສືບສວນພວມຮີບເຮັ່ງປະຕິບັດກຳນົດສາຍເຫດກໍໃຫ້ເກີດເຫດລະເບີດ, ເຫດລະເບີດດັ່ງກ່າວເບິ່ງຄືວ່າແມ່ນຍ້ອນກ່ຽວຂ້ອງເຖິງເລື່ອງອາຍແກັດຮົ່ວ. ກ່ອນທີ່ເກີດເຫດລະເບີດ, ບັນດາພາລະກອນດັບເພິງໄດ້ມາຮ້ານຂາຍເຂົ້າໜົມ ເມື່ອໄດ້ຮັບຂ່າວວ່າ ຮ້ານນີ້ມີອາຍແກັດຮົ່ວ ແລະ ເຫດການໄດ້ເກີດຂຶ້ນກົງກັບຈຸດເວລາທີ່ເຂົາເຈົ້າພວມສ້ອມແປງ.

        ຕາມສະຖານທູດຫວຽດນາມ ປະຈຳຝລັ່ງ ແລ້ວ, ໃນຈຳນວນຜູ້ຖືກເຄາະຮ້າຍບໍ່ມີຜູ້ໃດຖືສັນຊາດຫວຽດນາມ. ປະຈຸບັນ, ສະຖານທູດຫວຽດນາມ ປະຈຳຝລັ່ງ ພວມຕິດຕາມເຫດການຢ່າງໃກ້ຊິດ.

ຕອບກັບ

ຂ່າວ/ບົດ​ອື່ນ