ເຫດວາງລະເບີດທີ່ໄດ້ ກໍ່ຜົນເສຍຫາຍ ຢ່າງໜັກ ຢູ່ ນະຄອນຫຼວງ Damas ຂອງຊີຣີ

ເຫດວາງລະເບີດທີ່ໄດ້ ກໍ່ຜົນເສຍຫາຍ ຢ່າງໜັກ ຢູ່ ນະຄອນຫຼວງ Damas ຂອງຊີຣີ - ảnh 1
ສະຖານ​ທີ່​ເກີດເຫດວາງລະເບີດທີ່ໄດ້ ກໍ່ຜົນເສຍຫາຍ ຢ່າງໜັກ ຢູ່ ນະຄອນຫຼວງ Damas ຂອງຊີຣີ (ພາບ: internet)

Vovworld- ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດ​ວາງ​ລະ​ເບີດ​ດ້ວຍ​ລົດ​ໂອ​ໂຕ​ທີ່​ແນ​ໃສ່​ສຳນັກງານ​ຂອງ​ພັກ​ບາ​ອາດ​ກຳ​ອຳ​ຍາດ ​ແລະ ບໍລິ​​ເວນ​ມໍ່​ກັບ​ສະຖານທູດ​ລັດ​ເຊຍຢູ່​ນະຄອນຫຼວງ Damas ຂອງ​ຊີຣີ ​ເມື່ອ​ວັນ​ທີ 21/2 ​ໄດ້​ຂຶ້ນ​ເຖິງ 53 ຄົນ ​ແລະ ອີກ 237 ຄົນ​ໄດ້​ຮັບ​ບາດ​ເຈັບ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ສາມັນ​ຊົນ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີຣີຢືນຢັນ​ວ່າ ນີ້​ແມ່ນ​ເຫດ​ວາງ​ລະ​ເບີດ​ແບບ​ກໍ່​ການ​ຮ້າຍ​ໂດຍ​ບັນດາ​ກຸ່ມກໍ່​ການ​ຮ້າຍທີ່​ກ່ຽວຂ້ອງ​ເຖິງ ອານ​ກີ​ດາ​ປະຕິບັດ. ສະຖານີ​ໂທລະພາບ​ແຫ່ງ​ຊາດ​ຊີຣີ​ໄດ້​ແຜ່​ພາບ​ກ່ຽວ​ກັບ​ການ​ນຳ​ເອົາຊາກ​ສົ​ບຜູ້​ເສຍ​ຊີວິດ ​ແລະ ຜູ້​ຮັບ​ບາດ​ເຈັບ​ອອກ​ຈາກ​ສະຖານ​ທີ່​ເກີດ​ເຫດ. ສ່ວນ​ລັດຖະບານ​ລັດ​ເຊຍ, ​ໃນ​ທັນ​ທີ່ ກໍ​ໄດ້​ກ່່າວປະນາມ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​ຢູ່ Damascus ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ມີ​ຜົນ​ສະທ້ອນຕໍ່​ອິດ​ທິກຳລັງ​ຫົວ​ຮຸນ​ແຮງຢູ່​ຊີຣີ, ທ່ວງ​ໃຫ້​ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ຄ້າຍຄື​ດັ່ງ​ວກ່າວ. ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ສະພາວະ​ທີ່​ພັນທະ​ພາບ​ແຫ່ງ​ຊາດ​ຊີຣີຝ່າຍ​ຄ້າຍ​ພວມ​ດຳ​ເນີນ​ການ​ປະຊຸມ​ຢູ່​ນະຄອນຫຼວງ​ກາຍ​ໂຣ​ເປັນ​ເວລາ 2 ວັນ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບຂໍ້​ສະ​ເໜີ​ຂອງ​ປະທານ Ahmed Moaz al-Khatib ຢາກ​ສົນທະນາ​ຫາລື​ໂດຍ​ກົງ​ກັບ​ອຳນາດ​ການ​ປົກຄອງ Bashar al-Assad.

ຂ່າວ/ບົດ​ອື່ນ