ເຫດວາງລະເບີດຢູ່ອີຣັກເຮັດໃຫ້ຄົນເສຍຊີວິດ69ຄົນ

ເຫດວາງລະເບີດຢູ່ອີຣັກເຮັດໃຫ້ຄົນເສຍຊີວິດ69ຄົນ - ảnh 1
​ເຫດ​ວາງ​ລະ​ເບີດ​ດ້ວຍ​ລົດ​ໂອ​ໂຕ ຢູ່​ໃກ້​ກັບ​ເຂດ​ຊານ​ນະຄອນ Sadr
(ພາບ: THX/TTXVN)

(vovworld) - ວັນ​ທີ 17/05 ຢູ່​ນະຄອນຫລວງ Baghdad ຂອງ ອີຣັກ ​ໄດ້​ເກີ​ດ​ເຫດ​ວາງ​ລະ​ເບີດ ​ເຮ​ັດ​ໃຫ້ 69 ​ຄົນ​ເສຍ​ຊີ​ວິດ ​ແລະ ​ ກ່ວາ 100 ຄົນຮັບ​ບາດ​ເຈັບ​ ​ໃນ​ບັນດາ​​ເຫດ​ວາງ​ລະ​ເບີດ​ຢ່າງ​ລຽນຕິດ. ນັ້ນ​ແມ່ນ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ເກີດ​ຂຶ້ນ​ຢູ່​ເມືອງ Al – Shaab ສະຖານ​ທີ່​ເຕົ້າ​ໂຮມ​ຊາວ​ມຸດ​ສະ​ລິ​ມ​ນິກາຍ Shiite ຈຳນວນ​ຫລາຍ ​ເຮັດ​ໃຫ້​ 34 ຄົນ​ເສຍ​ຊີວິດ ​ແລະ 75 ຄົນຮັບ​ບາດ​ເຈັບ. ​ໃນ​ຂະນະ​ນັ້ນ ​ເຫດ​ວາງ​ລະ​ເບີດ​ດ້ວຍ​ລົດ​ໂອ​ໂຕ ຢູ່​ໃກ້​ກັບ​ເຂດ​ຊານ​ນະຄອນ Sadr ທີ່​​ຊາວ Shiite ດຳລົງ​ຊີວິດຈຳນວນ​ຫລາຍ ​​ເຮັດ​ໃຫ້​ 18 ຄົນ​ເສຍ​ຊີ​ວິດ ​ແລະ 35 ຄົນຮັບ​ບາດ​ຈັບ. 2 ​ເຫດ​ວາງ​ລະ​ເບີດ​ອື່ນໆ ​ເກີດ​ຂຶ້ນ​ຢູ່​ເຂດ Al – Rasheed ທາງ​ທິດ​ໃຕ້​ນະຄອນຫລວງ Baghdad ​ເຮັດ​ໃຫ້ 8 ​ຄົນ​ເສຍ​ຊີວິດ ​ແລະ 22 ຄົນຮັບ​ບາດ​ເຈັບ ​ແລະ ​ເຂດ​ Habibiya ​ເຮັດ​ໃຫ້​ 9 ຄົນ​ເສຍ​ຊີວິດ ​ແລະ 18 ຄົນຮັບ​ບາດ​ເຈັບ. ອົງການ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ ​ໄດ້​ກ່າວຮັບຜິດຊອບ 1 ​ໃນຈຳນວນ 3 ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ