ເຫດເຮືອບິນຂົງສົ່ງຜູ້ໂດຍສານຂອງຢູແກຼນຖືກຕົກຢູ່ອີຣານ: ອີຣານຖະແຫຼງບໍ່ມອບຫີບດຳໃຫ້ອາເມລິກາ

(VOVWORLD) -ອົງການການບິນພົນລະເຮືອນອີຣານ ຖະແຫຼງວ່າ, ຈະບໍ່ມອບບັນດາຫີບດຳທີ່ຊອກໄດ້ຂອງເຮືອບິນ Boeing 737 ຂອງຢູແກຼນ ຕົກໃນຕອນເຊົ້າວັນດຽວກັນໃຫ້ອາເມລິກາ

ເຫດເຮືອບິນຂົງສົ່ງຜູ້ໂດຍສານຂອງຢູແກຼນຖືກຕົກຢູ່ອີຣານ: ອີຣານຖະແຫຼງບໍ່ມອບຫີບດຳໃຫ້ອາເມລິກາ - ảnh 1 ເຮືອບິນ Boeing 737 ຂອງຢູແກຼນ ຕົກ

(ພາບ: AFP/TTXVN)

ວັນທີ 08 ມັງກອນ, ອົງການການບິນພົນລະເຮືອນອີຣານ ຖະແຫຼງວ່າ, ຈະບໍ່ມອບບັນດາຫີບດຳທີ່ຊອກໄດ້ຂອງເຮືອບິນ Boeing 737 ຂອງຢູແກຼນ ຕົກໃນຕອນເຊົ້າວັນດຽວກັນໃຫ້ອາເມລິກາ ເຊິ່ງເຮັດໃຫ້ຜູ້ໂດຍສານ 176 ຄົນ ແລະ ຈຸບິນເສຍຊີວິດ ທັງໝົດ. ທ່ານ Ali Abedzadeh, ຜູ້ອຳນວຍການໃຫຍ່ອົງການການບິນພົນລະເຮືອນອີຣານ ໃຫ້ຮູ້ວ່າ, ຕາມຂໍ້ກຳນົດຂອງການບິນສາກົນ, ເຮືອບິນຕົກຢູ່ປະເທດໃດ ແມ່ນປະເທດນັ້ນມີສິດດຳເນີນການສືບສວນ. ສະນັ້ນ, ອົງການດັ່ງກ່າວ ຈະດຳເນີນການສືບສວນກ່ຽວກັບອຸບັດຕິເຫດດັ່ງກ່າວ, ແຕ່ຢູແກຼນ ສາມາດເຂົ້າຮ່ວມວິວັດການສືບສວນນີ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ