ເຫດເຮືອບິນຕົກຢູ່ກູບາ: ຊອກເຫັນຫີບດຳທີ 2

(VOVWORLD) -ຕອນຄ່ຳວັນທີ 24 ພຶດສະພາ, ເຈົ້າໜ້າທີ່ກູບາ ແຈ້ງວ່າ, ໄດ້ຊອກເຫັນຫີບດຳທີ 2 ຂອງເຮືອບິນ Boeing 737 ຖືກຕົກຢູ່ໃກ້ກັບນະຄອນຫຼວງ ລາຮາວານ, ປະເທດກູບາ, ເຊິ່ງເຮັດໃຫ້ 111 ຄົນເສຍຊີວິດ ເມື່ອວັນທີ 18 ພຶດສະພາຜ່ານມາ.

ເຫດເຮືອບິນຕົກຢູ່ກູບາ: ຊອກເຫັນຫີບດຳທີ 2 - ảnh 1 ເຮືອບິນ Boeing 737 ຖືກຕົກ

(ພາບ: THX/TTXVN)

ໃນພາກຂ່າວໄດ້ອອກອາກາດເມື່ອຕອນຄ່ຳວັນດຽວກັນ, ຂອງໂທລະພາບແຫ່ງລັດກູບາ ໃຫ້ຮູ້ວ່າ, ກຳລັງກູ້ໄພກູ້ຊີບໄດ້ຊອກເຫັນຫີບດຳທີ 2 ທີ່ບັນທຶກສຽງໃນຫ້ອງຂັບຍົນ. ເລື່ອງຊອກເຫັນຫີບດຳ 2 ຫີບນີ້ມີຄວາມໝາຍສຳຄັນທີ່ສຸດ, ຊ່ວຍສະໜອງ ແລະ ໄຈ້ແຍກຂໍ້ມູນກ່ອນທີ່ເຮືອບິນຕົກ. ປະຈຸບັນ, ສາຍເຫດເຮືອບິນຕົກຍັງບໍ່ທັນໄດ້ຮັບການຢັ້ນຢືນເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ