ເຫດເຮືອບິນຕົກຢູ່ເນປານ: ຢ່າງໜ້ອຍສຸດມີ 50 ຄົນເສຍຊີວິດ

(VOVWORLD) -ມີຢ່າງໜ້ອຍສຸດ 50 ຄົນເສຍຊີວິດ ໃນຈຳນວນ 71 ຄົນ ຢູ່ໃນເຮືອບິນຂົນສົ່ງຜູ້ໂດຍສານຂອງບັງກະລາເທດ ທີ່ຖືກປະສົບເຄາະຮ້າຍໃກ້ກັບສະໜາມບິນສາກົນ Tribhuvan ຢູ່ນະຄອນຫຼວງ Kathmandu ຂອງເນປານ ໃນຕອນບ່າຍວັນທີ 12 ມີນາ.

ເຫດເຮືອບິນຕົກຢູ່ເນປານ: ຢ່າງໜ້ອຍສຸດມີ 50 ຄົນເສຍຊີວິດ - ảnh 1 ເຫດເຮືອບິນຕົກຢູ່ເນປານ: ຢ່າງໜ້ອຍສຸດມີ 50 ຄົນເສຍຊີວິດ

(ພາບ:  AFP/TTXVN)

ໂຄສົກຂອງກອງທັບເນປານ ທ່ານ Gokul Bhandari ໃຫ້ຮູ້ວ່າ, ມາຮອດປະຈຸບັນ ກຳລັງເຈົ້າໜ້າທີ່ໄດ້ຊອກເຫັນ ແລະ ນຳຊາກສົບ 50 ຄົນອອກຈາກຊາກເຮືອບິນ Bombardier Q400 ພາຍຫຼັງທີ່ດັບໄຟໄດ້. ໄລ່ມາຮອດປະຈຸບັນ, ຍັງມີອີກ 9 ຄົນທີ່ພວມຖືກຫາຍສາບສູນ ໃນຂະນະທີ່ບາງຄົນທີ່ໄດ້ຮັບການກູ້ຊີບອອກຈາກເຮືອບິນຢ່າງປອດໄພ.

        ຕາມບັນດາແຫຼ່ງຂ່າວແລ້ວ, ໃນຂະນະທີ່ປະສົບເຄາະຮ້າຍນັ້ນ ມີຜູ້ໂດຍສານ 67 ຄົນ ແລະ ຈຸບິນ 4 ຄົນໃນເຮືອບິນໝາຍເລກ S2 – AGU ຂອງບໍລິສັດການບິນ US-Bangla ເມື່ອປະສົບເຄາະຮ້າຍ. ໃນນັ້ນມີຊາວເນປານ 33 ຄົນ, ຊາວບັງກະລາເທດ 1 ຄົນ, ຊາວຈີນ 1 ຄົນ ແລະ ຊາວ Maldives 1 ຄົນ. ປະຈຸບັນ, ສະໜາມບິນ Tribhuvan ພວມປິດປະຕູໂດຍຊົ່ວຄາວ.

ຕອບກັບ

ຂ່າວ/ບົດ​ອື່ນ